(VOVWORLD) -ວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນດົນຕີ ຫວຽດນາມ ປີ 2020.
ພິທີມອບລາງວັນດົນຕີ ຫວຽດນາມ ປີ 2020 (ພາບ: Vietnam+) |
ປີ 2020, ສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ຮັບ 205 ຜົນງານ ຈາກນັກປະພັນດົນຕີ 205 ຄົນ, ເຊິ່ງເປັນສະມາຊິກທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ໄດ້ສົ່ງບົດດົນຕີເຂົ້າຮ່ວມການເສັງຊີງລາງວັນ ດົນຕີ ສະພາສິລະປະ ໄດ້ຄັດເລືອກ ແລະ ມອບລາງວັນໃຫ້ແກ່ 78 ຜົນງານ ທີ່ມີຄຸນນະພາບດີເດັ່ນທີ່ສຸດ.
ທີ່ພິທີມອບລາງວັນ, ມີຜົນງານຈຳນວນໜຶ່ງທີ່ຍາດໄດ້ລາງວັນຄັ້ງນີ້ ກໍໄດ້ສະແດງອອກສູ່ສາຍຕາມະຫາຊົນ.