ມີກວ່າ 120 ຄົນຖືກເສຍ ຊີວິດໃນສອງເຫດການ ວາງລະເບີດຢູ່ຊີຣີ

ມີກວ່າ 120 ຄົນຖືກເສຍ ຊີວິດໃນສອງເຫດການ ວາງລະເບີດຢູ່ຊີຣີ - ảnh 1
( ພາບປະກອບ )

( vovworld ) - ​​​ທ່ານ​ລັ​ດຖະມົນຕີ​ກະຊວງສາທາລະນະ​ສຸກ​ຊີ​ຣີ Wael al Halyqi ​ໃຫ້​ຮູ້​ວ່າ, ຢ່າງ​ໜ້ອຍ​ສຸດມີ 27 ຄົນ​ຖືກ​ເສຍ​ຊີວິດ ​ແລະ 97 ຄົນ​ຖືກ​ບາດ​ເຈັບ​ໃນ​ສອງ​ເຫດ​ການວາງ​ລະ​ເບີດ​ຢູ່​ນະຄອນຫຼວງ Damascus ​ເມື່ອ​ວັນ​ທີ 17/3. ​ຜູ້​ຖືກ​ເຄາະ​ຮ້າຍ​ສ່ວນຫຼາຍແມ່ນ​ສາ​ມັນ​ຊົນ. ມີ​ເຮືອນ​ຊານ​ຫຼາຍ​ຫຼັງ ​ແລະ ຍານພາຫະນະ​ໄປມາ​ໃນ​ບໍລິ​ເວັນ​​ຖືກ​ວາງ​ລະ​ເບີດ​ກໍ່​ຖືກ​ທຳລາຍ. ໝາກຜົນ​ຂອງ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ໃຫ້​ຮູ້​ວ່າ ນີ້​ອາດ​ຈະ​ແມ່ນ​ບັນດາ​ການວາງ​ລະ​ເບີດ​ກໍ່ການ​ຮ້າຍ.

  ພາຍຫຼັງ​ເຫດການດັ່ງກ່າວ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ ​ໄດ້​ຕຳ​ນິຕິ​ຕຽນຢ່າງ​ຮຸນແຮງບຸກຄົນ​ກໍ່​ການ​ຮ້າຍ ພ້ອມ​ກັນ​ນັ້ນ​ຮຽກຮ້ອງ​ໃຫ້​ຢຸດຕິ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີ​ຮີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ Alain Juppe ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເອຍີບ Mohammed Kamel Amr ​ໄດ້​ກ່າວປະນາມທຸກໆ​ການ​ກະທຳ​ ທຳລາຍຂອງ​ລັດທິກໍ່​ການ​ຮ້າຍ. ​ໃນ​ຂະນະ​ນັ້ນ, ກະຊວງ​ພາຍ​ໃນຊີ​ຣີ ກໍ​ກ່າວ​ເຕື່ອນວ່າ ຈະ​ບໍ່ປະ​ນິປະນອມ​ຕໍ່​ພວກທຳລາຍ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະພາບຂອງ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ