ມີກ່ວາ 130 ຄົນຖືກເສຍຊີວິດ ແລະ ຮັບບາດເຈັບໃນການ ວາງລະເບີດຢູ່ ຊີຣີ

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ ທ່ານ Faisal Meqdad ​ໃຫ້​ຮູ້​ວ່າ: ມີ 30 ຄົນ​ຖືກ​ເສຍ​ຊີວິດ ​ແລະ ກ່ວ​າ 100 ຄົນ​ຮັບ​ບາດ​ເຈັບ​ໃນ​ການວາງ​ລະ​ເບີດສະຫລະ​ຊີບ 2 ຄັ້ງ ​ເພື່ອ​ແນ​ໃສ່​ບັນດາ​ສຳນັກງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ອົງການສືບ​ລະຊະ​ການ​ລັບ​ຢູ່​ນະຄອນຫຼວງ ດາ​ມາດ ​ເມື​່ອວັນ​ທີ 23/12. ຕາມ​ທ່ານ​ຮອງ​ລັດຖະມົນຕີ Meqdad, ການ​ບຸກ​ໂຈມ​ຕີ​ນີ້​ໂດຍ ​ເຄື່ອຂ່າຍ​ກໍ່​ການ​ຮ້າຍ Al – Quaeda ປະຕິບັດ ​ແລະ ຢັ້ງຢືນ​ວ່າ: ລັດຖະບານ ​ແລະ ປະ​ຊາ​ຊົນ ຊີຣີຈະ​ຕໍ່ສູ້​ເພື່ອ​ຕ້ານ​ຄືນ​ບັນດາ​ກົນອຸບາຍ​ກໍ​່ການ​ຮ້າຍ​ນີ້. ການວາງ​ລະ​ເບີດ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ ທີ່ຄະນະ​ຜູ້​ສັງ​ເກດ​ການ​ຂອງ​ສັນນິບາດ ອາຣັບ ​ໄດ້​ມາ​​ນະຄ​ອນຫຼວງ ດາ​ມາດ ​ເມື່ອ​ວັນ​ທີ 23/12 ​ເພື່ອ​ຊອກ​ຮູ້​ສະພາບ​ການ​ຕົວ​ຈິງ​ກ່ຽວ​ກັບ​ສະພາບ​ການ​ຄວາມ​ຮຸ້ນ​ແຮງ​ເກີດ​ຂຶ້ນ​ຢ່າງ​ຕໍ​່ເນື່ອງ ຢູ່ ຊີ​ຣີ ​ໃນ 9 ​ເດືອນ​ຜ່ານ​ມາ.

ກໍ່​ໃນ​ວັນ​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ກ່າວ​ປະມານ​ການວາງ​ລະ​ເບີດ​ກໍ່​ການ​ຮ້າຍ​​ແນ​ໃສ່​ນະຄອນຫຼວງ ດາ​ມາດ ຂອງ ຊີຣີ.

ຂ່າວ/ບົດ​ອື່ນ