ມີກວ່າ200ຫົວບົດຄົ້ນຄ້ວາຍາດໄດ້ລາງວັນນັກວິທະຍາສາດຫນຸ່ມຫວຽດນາມປີຊາສາມາດໃນປີ2013

ມີກວ່າ200ຫົວບົດຄົ້ນຄ້ວາຍາດໄດ້ລາງວັນນັກວິທະຍາສາດຫນຸ່ມຫວຽດນາມປີຊາສາມາດໃນປີ2013 - ảnh 1
ພິທີ​ມອບ​ລາງວັນ“ນັກວິທະຍາສາດ​ຫນຸ່ມ​ຫວຽດນາມ​ປີ​ຊາ​ສາມາດ
photo:hanoimoi.com.vn

(vovworld)-  ຕອນ​ເຊົ້າ​ວັນ​ທີ 4/1 ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ສົມທົບ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ສະຫະພັນ​ສະມາຄົມ​ວິທະຍາສາດ​ແລະ ​ເຕັກນິກ​ຫວຽດນາມ, ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ“ນັກວິທະຍາສາດ​ຫນຸ່ມ​ຫວຽດນາມ​ປີ​ຊາ​ສາມາດ” ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ . ທີ່​ພິທີ ມີ​ 211 ຫົວ​ບົດ​ໄດ້​ຮັບ​ລາງວັນ,​​ໃນ​ນັ້ນ 10 ລາງວັນ​ທີ 1, 27 ລາງວັນ​ທີ 2, 72 ລາງວັນ​ທີ 3 ​ແລະ 102 ລາງວັນ​ຊົມ​ເຊີຍ.  ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຜ່ານ​ມາ ການ​ເຄື່ອນ​ໄຫວ​ເຕັກ​ໂນ​ໂລ​ຊີ​ ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​​ໃຫມ່, ພິ​ເສດ​ໃນ​ຊຸມ​ປີຜ່ານມາ, ຂະ​ບວນການ​ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ນັກຮຽນ, ນັກ​ສຶກສາ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ຂະ​ບວນການ​ເທົ່າ​ນັ້ນ ຫາກ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຜູ້​ປີ​ຊາ​ສາມາດ​ອີກ​ດ້ວຍ.   “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ດ້ວຍ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ​ຊຸມ​ປີ​ກ່ອນ​ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ບັນດາ​ຜູ້​ປີ​ຊາ​ສາມາດ​ສືບ​ຕໍ່​ໄດ້​ຢັ້ງຢືນ​ໃນ​ປີ 2013 ​ແມ່ນ​ປັດ​ໄຈ​ໃຫມ່​ມີ​ຄວາມ​ສຳຄັນ​ຍິ່ງ​ເຮັດ​ໃຫ້​ຂະ​ບວນການ​ຄົ້ນ​ຄ້ວາ​ວິທະຍາສາດ​ຂອງ​ນັກຮຽນ, ນັກ​ສຶກສາ​ໃນ​ບັນດາ​ໂຮງຮຽນ​ສືບ​ຕໍ່​ມີ​ຊີວິດ​ຊີວາ​ໃຫມ່.”

ຂ່າວ/ບົດ​ອື່ນ