ມີຄົນງານເກືອບ 7 ລ້ານຄົນໄດ້ສ້າງວຽກເຮັດ ງານທຳໃນ 5 ປີຜ່ານມາ

ມີຄົນງານເກືອບ 7 ລ້ານຄົນໄດ້ສ້າງວຽກເຮັດ ງານທຳໃນ 5 ປີຜ່ານມາ - ảnh 1
(ພາບປະກອບ)

(vovworld) - ​ແຕ່ລະ​ປີ ​ໄດ້​ສ້າງວຽກ​​ເຮັດງານ​ທຳ​ໃຫ້​ຄົນ​ງານເຕີ່​ມອີກ 1,6 ລ້ານຄົນ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​​ຄົນ​ງານ​ຊົນນະບົດ 1 ລ້ານ. ​ໄລ່​ລວມ 5 ປີຜ່ານມາ, ມີຄົນ​ງານ​ເກືອບ 7 ລ້ານ​ຄົນ, ​ໃນ​ນັ້ນ​ 70% ແມ່ນ​ຄົນ​ງານ​ຊົນນະບົດ​ມີ​ວຽກ​ເຮັດ​ງານ​ທຳ, ຄົນ​ງານກວ່າ 7,2 ລ້ານຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ. ນັ້ນ​​ແມ່ນ​ບັນດາໝາກຜົນທີ່​ສຳຄັນ​ເຊິ່ງບັນລຸ​ໄດ້​ໃນ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງຄັ້ງ​ທີ 7, ຊຸດທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ​ຂອງ​ກະຊວງ​ແຮງງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ. ທີ່​ກອງ​ປະຊຸມ​ສະຫຼຸບຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ​, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 04 ກັນຍາ, ທີ່​ຮ່າ​ໂນ້ຍ, ທ່ານ​ນາງ​ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໃຫ້​ຮູ້​ວ່າ, ຈຸດໝາຍ​ຮອດ​ປີ 2020, ການ​ເຕີບ​ໂຕ​ດ້ານວຽກ​ເຮັດ​ງານ​ທຳ​ຢູ່​ພາຍ​ໃນ​ປະ​ເທດ​ຈະ​ບັນລຸ 2,5 – 3%/ປີ, ສົ່ງຄົນ​ງານ​​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດແຕ່ 9000 – 10.000 ຄົນ​ໃນ​ແຕ່ລະ​ປີ.

        “ຮຽກຮ້ອງ​ໃຫ້​ບັນດາ​ແຂວງ, ນະຄອນ​ກວດກາ​ນຄືນ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ແຕ່​ລະວິ​ຊາ​ຊີບ​ຢ່າງ​ລະອຽດ ​ເພື່ອ​ຕົກລົງ​ບຳລຸງ​ສ້າງ​ໃຫ້​ເໝາະ​ສົມ, ຫຼີກ​ລ້ຽງ​ການ​ຟູມ​ເ​ຟືອຍ. ສືບ​ຕໍ່​ພັດທະນາ​ຕະຫຼາດ​ແຮງ​ງານ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ ຕິດ​ພັນ​ກັບ​ການ​ສ້າງ​ຊົນນະບົດ​​ໃໝ່. ສຸດ​ທາຍ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ກວ​ດກາການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍລະອຽດນັ້ນ ​ເພື່ອ​ສັງ​ເກດ​ວ່າ​ນະ​ໂຍບາຍ​ໄດ້​ເຂົ້າ​ສູ່ຊີວິດ​ຕົວ​ຈິງ​​ແລ້ວ​ບໍ່”​.
ຂ່າວ/ບົດ​ອື່ນ