ມຸ່ງໄປເຖິງການຮັກສາລະດັບເຕີບໂຕຢ່າງເໝາະສົມ

ມຸ່ງໄປເຖິງການຮັກສາລະດັບເຕີບໂຕຢ່າງເໝາະສົມ - ảnh 1
Vietnam Summit 2016
(ພາບ: TTXVN)

(vovworld) - ​​​ ​​ ກອງ​ປະ​ຊຸມ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ 2016 (Vietnam Summit 2016),ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ແລະ ວາ​ລະ​​ສານ The Economist (ອັງ​ກິດ) ສົມ​ທົບ​ກັນ​ຈັດ​ຕັ້ງ​ດ້ວຍ​ຫົວ​ຂໍ້ “ການ​ເຄື່ອນ​ໄຫວ​ສະ​ດວກ​ສະ​ບາຍ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທິ 03/11, ຢູ່​ນະ​ຄອນ​ໂຮ່​ຈ​ິ​ມິນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ກະ​ສິ​ກຳ​ຂອງ​ຫວຽດ​ນາມ ພວ​ມ​ນຳ​ໃຊ້​​ຄົນງານ​ເກືອບ 70%. ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ​ຫຼຸດ​ຜ່ອນ​ອັດ​ຕາ​ຄົນ​ງານ​ໃນ​ຂົງ​ເຂດນີ້​ລົງ​ເຫຼືອ 40% ໃນ​ໄລ​ຍະ​ຈະ​ມາ​ເຖິງ ດ້ວຍ​ເລື່ອງ​ພັດ​ທະ​ນາກ​ະ​ສິ​ກຳ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ. ເພ​ື່ອ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ພື້​ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ​ຫວຽດ​ນາມ ຈະ​​ຍົກ​ຍ້າຍ​ຄົນ​ງານ, ຍູ້​ແຮງ​ການ​ຫັນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ, ສ້າງ​ໂຄງ​ປະ​ກອບ​ການ​ເງິນ, ທະ​ນາ​ຄານ​ຄືນ​ໃໝ່. ໃນ​ນັ້ນ​​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ​ແມ່ນ ສຸມ​ໃສ່​ບຳ​ລຸ​ງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູ​ງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ.

        “ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ສຸ​ມ​ໃສ່​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​​ສອນ​ວິ​ຊາ​ຊ​ີບ. ພ້ອມ​ທັງ, ຫວຽດ​ນມ ຈະ​ເປີດກວ້າງ​ຂະ​ແໜງ​ອາ​ຊີບ, ຕິດ​ພັນ​​ການ​ອອກ​ແຮງ​ງານແບບ​ອັດ​ຕະ​ໂນ​ມັດ ແລະ ​ວຽກ​ງານ​ງ່າຍ… ປ່ຽນ​ໃໝ່​ການ​ສຶກ​ສາ​ແມ່ນ​ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ ແລະ ເຖິງ​ຖອງ.”

ຂ່າວ/ບົດ​ອື່ນ