ມ​ຸ່ງ​ໄປ​ເຖິງ​ຜົນ​ສຳ​ເລັດ​ເມື່ອ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ

(VOVWORLD) -        ຕອນບ່າຍວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ສົມທົບກັບທະນາຄານ Standard Chartered ທີ່ມີສຳນັກງານຕັ້ງຢູ່ ອັງກິດ ຈັດກອງປະຊຸມທາງອອນລາຍ ດ້ວຍຫົວຂໍ້ “ຫວຽດນາມ - ດວງດາວກຳລັງປະກາຍແຈ້ງ”.
ມ​ຸ່ງ​ໄປ​ເຖິງ​ຜົນ​ສຳ​ເລັດ​ເມື່ອ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ - ảnh 1 ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ (ພາບ: TTXVN)

 ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ ປາດຖະໜາວ່າ ທະນາຄານ Standard Chartered ຈະເພີ່ມທະວີການເຊື່ອມຕໍ່ກັບບັນດານັກລົງທຶນ, ດຶງດູດບັນດາກຸ່ມບໍລິສັດນາໆຊາດໃນໂລກເຂົ້າມາລົງທຶນຢູ່ຫວຽດນາມ. ພິເສດ, ພ້ອມກັບ ຫວຽດນາມ ກໍ່ສ້າງສູນ, ຮາກຖານສະເພາະກິດຕ່າງໆ ເພື່ອນຳມາເຊິ່ງກຳລັງໜູນພັດທະນາເສດຖະກິດ - ສັງຄົມ. ເພື່ອກະກຽມຮັບເອົາແຫຼ່ງເງິນລົງທຶນຫັນປ່ຽນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຍູ້ໄວການກະກຽມເງື່ອນໄຂຕ່າງໆ ເປັນຕົ້ນແມ່ນ: ກວດກາຄືນເນື້ອທີ່ດິນ, ໜ້າພຽງ, ໂຮງຈັກໂຮງງານ ແລະ ບັນດາພື້ນຖານໂຄງລ່າງອື່ນໆທີ່ຈຳເປັນ ເພື່ອຮັບໃຊ້ການຜະລິດ, ຍູ້ໄວວິວັດການບຳລຸງສ້າງແຫຼ່ງບຸກຄະນາກອນທີ່ມີຄຸນນະພາບ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ພະນັກງານເຕັກນິກ ເຂົ້າມາ ຫວຽດນາມ ຫາກາລະໂອກາດລົງທຶນ ແລະ ເຮັດວຽກ, ຍູ້ແຮງການພັດທະນາຂະແໜງອຸດສາຫະກຳ, ໜູນຊ່ວຍການກໍ່ສ້າງບັນດາບ້ວງເງິນບຸລິມະສິດພິເສດສຳລັບບັນດາໂຄງການທີ່ມີຂອບຂະໜາດໃຫຍ່ ແລະ ມີຄຸນນະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ