ມຸ້ງ​ໄປ​ເຖິງ​ພິທີສະ​ເຫຼີ​ມ ສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ ​ປະທານ​ໂຮ່ຈິ​ມິນ

ມຸ້ງ​ໄປ​ເຖິງ​ພິທີສະ​ເຫຼີ​ມ ສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ ​ປະທານ​ໂຮ່ຈິ​ມິນ  - ảnh 1
ພາບປະກອບ

( vovworld ) –  ​ງານ​ວາງສະ​ແດງ​ປື້​ມກ່ຽວ​ກັບ​ຫົວ​ເລື່ອງ​ປະທານ​ໂຮ່ຈິ​ມິນ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14/5 ຢູ່​ແຂວງ​ທາຍ​ງວຽນ. ງານ​ວາງສະ​ແດງ​ໄດ້​ແນະນຳ​ສິ່ງ​ພິມ​ກ່ວາ 2000 ຊີ້ນ ຊື່​ງ​ໄດ້​ນຳ​ມາວາງສະ​ແດງຕາມ​ບັນດາ​ຫົວ​ເລື່ອງ: ບົດ​ປະພັນ​ໂດຍ​ປະທານ​ໂຮ່ຈິ​ມິນ ຂຽນ​ໃນ​ໄລຍະ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ປອດ​ໄພ ທາຍ​ງວຽນ; ບົດ​ປະພັນ​ຂອງ​ນັກຂຽນ​ພາຍ​ໃນ ​ແລະ ຕ່າງປະ​ເທ​ດຂຽນ​ກ່ຽວ​ກັບປະທານ​ໂຮ່ຈິ​ມິນ ຕິດ​ພັນ​ກັບ​ບັ້ນຂົນຂວາຍ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“. ບົດ​ປະພັນ​ຂຽນ​ກ່ຽວ​ກັບ​ບັນດາ​ການ​ນຳ​ພັກ, ລັດ, ນາຍ​ພົນທະຫານ ​ແລະ ລູກສິດ​ຜູ້ດີ​ເດັ່ນ​ຂອງປະທານ​ໂຮ່ຈິ​ມິນ ….

    ລາຍການ “ຮຽນຕາ​ມລຸງ​ໂຮ່ ​ໃນ​ແຕ່​ລະ​ວັນ“ ​ໂດຍ​ໂທລະພາບ​ສຳນັກ​ຂ່າວສານ ຫວຽດນາມ ຈັດຕັ້ງຜະລິດ ຈະ​ອອກ​ອາກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 19/5/2012 ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/5/1890-19/5/2012) ​ແລະ ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ລາຍການ​ດັ່ງກ່າວ​ຈະ​ອອກ​ອາກາດ​ໃນ​ແຕ່​ລະ​ວັນ ​ໃນ​ເວລາ 5 ນາ​ທີ ຊື່​ງຈະ​ສະໜອງ​ຂໍ້​ມູນກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ການ​ປະຕິວັດ​ຂອງ​ປະທານ​ໂຮ່ຈິ​ມິນຢ່າງ​ເປັນ​ລະບົບໃຫ້​​ແຫ່ຜູ້​ຊົມ​.

   ງານ​ວາງສະ​ແດງ​ສະ​ແຕັມ “​ເດີນທາງ​ໄປ​ຕາມ​ຮອຍ​ຕີນປະທານ​ໂຈ່​ຈິ​ມິນ“ ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ​ໂຮ່ຈິ​ມິນ​ແຕ່​ວັນ​ທີ 12-18/5. ງານ​ວາງສະ​ແດ​ງ​ໄດ້​ແນະນຳ 15 ຊຸດ​ສະ​ແຕັມ ລວມມີ​ສະ​ແຕັມ 5000 ອັນ ​ແລະ ຜະລິດ​ຕະພັນ​ໄປສະນີ. ນີ້​ແມ່ນ​ຊຸດ​ສະ​ແຕັມ​ເຄີຍ​ໄດ້​ຮັບ​ລາງວັນ​ສູງ​ຢູ່​ທີ່​ບັນດາ​ງານ​ປະ​ກວດ ​ແລະ ງານ​ວາງສະ​ແດງ​ສະ​ແຕມ​ທົ່ວ​ປະ​ເທດ.

    ພິທີ​ມອບ​ລາງວັນ​ການ​ເສັງ​ຂຽນ​ກ່ຽວ​ກັບການ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ​ໂດຍ​ໜັງສືພິມ​ເຍີນ​ເຢີ​ນ ສຽງ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳວັນ​ທີ 17/5 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 14/5 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດຕັ້ງ​ໃຫ້​ຮູ້​ວ່າ: ພາຍຫຼັງປຸກລະດົມການ​ເສັງ​ຂຽນ​ກ່ຽວ​ກັບການ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ​ມາ​ເປັນ​ເວລາ 1 ປີ​, ໜັງສືພິມ​ເຍີນ​ເຢີ​ນ ​ໄດ້​ຮັບ​ບົດ​ຂຽນ​ກ່ວາ 700 ບົດ​ຈາກ​ທຸກ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ ຫວຽດນາມ. ຄະນະ​ຈັດຕັ້ງຕົກລົງ​ມອບ 19 ລາງວັນ, ​ໃນ​ນັ້ນມີ​ 1 ລາງວັນ​ທີ 1 ,  3 ລາງວັນ​ທີ 2  ​ແລະ 5 ລາງວັນ​ທີ 3. ທ່ານ ຫາຍ​ເດືອ​ງ ກຳມະການ​ຄະນະ​ບັນນາທິການໜັງສືພິມ​ເຍີນ​ເຢີ​ນ, ຫົວໜ້າ​ຄະນະ​ຊີ້​ນຳ​ການຈັດຕັ້ງການ​ເສັງ​ຕີ​ລາຄາ​ວ່າ:

   “​ເບີ່​ງລວມ​ແລ້ວ, ບັນດາ​ບົດ​ຂຽນ​ມີ​ເນື້ອ​ໃນ​ອຸດົມສົມບູນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ, ຊື່​ງ​ໄດ້​ສ່ອງ​ແສງ​ບັນດາ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ດີເດັ່ນ​ຂຶ້ນ​ກັບ​ຫຼາຍ​ຊັ້ນຄົນ​ໃນ​ສັງຄົມ. ບັນດາ​ສີ່​ງພິມ​ຂອງໜັງສືພິມ​ເຍີນ​ເຢີ​ນ​ໄດ້​ເລືອກ​ພິມ​ກ່ວາ 100 ບົດ. ບັນດາ​ບົດ​ເຂົ້າຮ່ວມ​ການ​ເສັງ​ ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ສະຕິ​ດຄວາມ​ຮັບ​ຮູ້​ສູງ​ໃນ​ພັກ ​ແລະ ສັງຄົມ​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ ​ແລະ ​ເລື່ອງຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ຖື​ວ່າ, ນີ້​ແມ່ນ​ວຽກ​ງານ​​ເປັນ​ປະຈຳ, ລະອຽດ,ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຄົນ

ຂ່າວ/ບົດ​ອື່ນ