ມີສະມາຊິກສະພາແຫ່ງຊາດຍີ່ປຸ່ນ 100 ທ່ານໄດ້ໄປໄວ້ອາໄລຢູ່ວິຫານ Yasukuni

ມີສະມາຊິກສະພາແຫ່ງຊາດຍີ່ປຸ່ນ 100 ທ່ານໄດ້ໄປໄວ້ອາໄລຢູ່ວິຫານ Yasukuni - ảnh 1
(ພາບປະກອບ: Kyodo/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/10, ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ປະມານ 110 ທ່ານໄດ້​ໄປໄວ້​ອາ​ໄລຢູ່ວິຫານ Yasukuni ທີ່​ໂຕ​ກຽວ, ​ເນື່ອງ​ໃນ​ໂອກາດ​ເລີ່​ມຕົ້ນ​ງານ​ບຸນ​ລະດູ​ໃບ​ໃມ່ຫຼົ່ນ ທີ່​ແກ່ຍາວ​ເປັນ​ເວລາ 4 ວັນ. ​ເຂົ້າ​ຮ່ວມ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນີ້ ມີ​ບັນດາ​ສະມາ​ຊິກ​ພັກ​ປະຊາທິປະ​ໄຕ​ເສລີ​ (LDP) ກຳ​ອຳນາດ ​ແລະ ພັກ​ປະຊາທິປະ​ໄຕຍີ່ປຸ່ນ (DPJ) ຝ່າຍ​ຄ້ານ ພ້ອມ​ກັບ​ພັກ​ອື່ນໆ​ອີກ. ນອກຈາກ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ພາຍ​ໃນ Sanae Takaichi ​​​ໄດ້​ເປີດ​ເຜີຍ​ຄວາມ​ຕັ້ງ​ໃຈໄປໄວ້ອາ​ໄລຢູ່ວິຫານ Yasukuni ​ໃນ​ເວລາ​ຈັດ​ງານ​ບຸນ.

        ​ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້​ສົ່ງເຄື່ອງ​ຂອງບູຊາ​ເຖິງ​ວິຫານ​ນີ້. ຄະ​ນະ​ຄຸ້ມ​ຄອງ​ວິຫານ​ໃຫ້​ຮູ້​ວ່າ ທ່ານ Abe ​ສົ່ງ​ຕົ້ນ​ໄມ້​ “masakaki” ມາ​​ໃນ​ຖາ​ນະເປັນ​ນາຍົກລັດຖະມົນຕີ ມາ​ຢ້ຽມຢາມ​ວິຫານ. ປະຈຸ​ບັນ, ທ່ານ Abe ພວມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) ຢູ່​ອີ​ຕາ​ລີ ຮອດ​ວັນ​ທີ 18/10.

ຂ່າວ/ບົດ​ອື່ນ