ມີຫຼາຍກວ່າ 150 ນັກລົງທຶນຕ່າງປະເທດມາຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ

(VOVWORLD) - ໃນຈຳນວນຫຼາຍກວ່າ 150 ນັກລົງທຶເຂົ້າຮ່ວມກອງປະຊຸມ, ມີນັກລົງທຶນມາຈາກ ສ.ເກົາຫຼີ ແລະ ຍີ່ປຸ່ນ ຫຼາຍກວ່າໝູ່.
ມີຫຼາຍກວ່າ 150 ນັກລົງທຶນຕ່າງປະເທດມາຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ - ảnh 1ກອງປະຊຸມນັກລົງທຶນ 2023
(ພາບ: tphcm.chinhphu.vn)

          ມີຫຼາຍກວ່າ 150 ນັກລົງທຶນຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມນັກລົງທຶນ 2023 ໂດຍກຸ່ມບໍລິສັດ VinaCapital ຈັດຂຶ້ນໃນວັນທີ 03 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນຈຳນວນນັກລົງທຶນເຂົ້າຮ່ວມຫຼາຍທີສຸດນັບແຕ່ກອງປະຊຸມນັກລົງທຶນຄັ້ງທຳອິດຂອງ VinaCapital ປີ 2005. ໃນຈຳນວນຫຼາຍກວ່າ 150 ນັກລົງທຶເຂົ້າຮ່ວມກອງປະຊຸມ, ມີນັກລົງທຶນມາຈາກ ສ.ເກົາຫຼີ ແລະ ຍີ່ປຸ່ນ ຫຼາຍກວ່າໝູ່.

          ຕາມທ່ານ ໂດນລາມ, ຜູ້ອຳນວຍການໃຫຍ່ ແລະ ເປັນຜູ້ຖືຫຸ້ນສ້າງຕັ້ງກຸ່ມບໍລິສັດ VinaCapital, ໃຫ້ຮູ້ວ່າ, ຕາມການສຳຫຼວດເບື້ອງຕົ້ນຊີ້ໃຫ້ເຫັນວ່າ ບັນດານັກລົງທຶນຕ່າງປະເທດພວມສົນໃຈເປັນພິເສດເຖິງບັນຫາການຫັນເປັນສີຂຽວ ແລະ ຄວາມສາມາດບົ່ມຊ້ອນໃນຂົງເຂດບໍລິໂພກອຸປະໂພກຢູ່ ຫວຽດນາມ, ພິເສດແມ່ນຂະແໜງ ເຄິ່ງຊັກນຳໄຟຟ້າ, CPU. ນີ້ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ດຶງດູດແຫຼ່ງທຶນໄລຍະກາງ ແລະ ໄລຍະຍາວຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ