ມີຫຼາຍນະໂຍບາຍບຸລິມະສິດພິເສດສຳລັບເຂດເຕັກໂນໂລຊີສູງດ່ານັ້ງ

(VOVWORLD) -ຕອນເຊົ້າວັນທີ 17 ມັງກອນ, ຄະນະຄຸ້ມຄອງເຂດອຸດສາຫະກຳສູງນະຄອນດ່ານັ້ງ ໄດ້ຈັດການປະຊຸມຂ່າວປະກາດດຳລັດກຳນົດກົນໄກ, ນະໂຍບາຍບຸລິມະສິດສຳລັບເຂດເຕັກໂນໂລຊີສູງດ່ານັ້ງ.

ມີຫຼາຍນະໂຍບາຍບຸລິມະສິດພິເສດສຳລັບເຂດເຕັກໂນໂລຊີສູງດ່ານັ້ງ - ảnh 1 ການປະຊຸມຂ່າວປະກາດດຳລັດກຳນົດກົນໄກ, ນະໂຍບາຍບຸລິມະສິດສຳລັບເຂດເຕັກໂນໂລຊີສູງດ່ານັ້ງ

(ພາບ: Nguoiduatin.vn)

ນີ້ໄດ້ຮັບຖືວ່າແມ່ນ 1 ໃນຈຳນວນ 3 ເຂດເຕັກໂນໂລຊີສູງຂອງທົ່ວປະເທດ ເຊິ່ງລັດຖະບານປະກາດນະໂຍບາຍບຸລິມະສິດ. ຕາມນັ້ນແລ້ວ, ວິສາຫະກິດປະຕິບັດໂຄງການລົງທຶນໃໝ່ໃນເຂດເຕັກໂນໂລຊີສູງດ່ານັ້ງ ຈະຖືກຍົກເວັ້ນຄ່າເຊົ່າທີ່ດິນໃນໄລຍະທັງໝົດທີ່ໂຄງການລົງທຶນເຊົ່າທີ່ດິນ; ຍົກເວັ້ນການຈ່າຍຄ່າຊົດເຊຍໃນການບຸກເບີກໜ້າພຽງ; ບັນດາໂຄງການລົງທຶນໃໝ່ມີຂອບຂະໜາດທຶນຈາກ 3.000 ຕື້ດົ່ງຂຶ້ນໄປ ຈະຖືກນຳໃຊ້ອັດຕາພາສີບຸລິມະສິດ 10% ໃນຮອບເວລາ 30 ປີ. ນອກນັ້ນ, ບັນດາວິສາຫະກິດດັ່ງກ່າວໄດ້ຮັບການຍົກເວັ້ນພາສີລາຍຮັບວິສາຫະກິດໃນຮອບເວລາ 4 ປີ…

ຕອບກັບ

ຂ່າວ/ບົດ​ອື່ນ