ມີຫຼາຍ​ປະ​ເທດ​ສັ່ງ​ຊື້ຊຸດ Kit ທົດ​ລອງເຊື້ອ​ໄວ​ຣັດCovid – 19 ໂດຍ​ຫວຽດ​ນາມຜະ​ລິດ

(VOVWORLD) -ຕາມການຕີລາຄາຂອງຜູ້ຕາງໜ້າການນຳກະຊວງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ແລ້ວ, ປັດຈຸບັນຫວຽດນາມມີຄວາມສາມາດຜະລິດຊຸດ Kit ໄດ້ນັບຫຼາຍສິບພັນຊຸດຕໍ່ວັນ.
ມີຫຼາຍ​ປະ​ເທດ​ສັ່ງ​ຊື້ຊຸດ Kit ທົດ​ລອງເຊື້ອ​ໄວ​ຣັດCovid – 19 ໂດຍ​ຫວຽດ​ນາມຜະ​ລິດ - ảnh 1ການ Test ກວດເຊື້ອໄວຣັດ  SARS-CoV-2 (ພາບ: TTXVN)

ພາຍຫຼັງຜົນສຳເລັດຂອງການຄົ້ນຄ້ວາຜະລິດຊຸດກວດເຊື້ອໄວຣັດ SARS-CoV-2 (ຊຸດ Kit) ໂດຍວິທະຍາຄານ ເສນາຮັກເປັນເຈົ້າພາບ, ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຢີ ຫວຽດ - ອາ ປະຕິບັດ, ຫວຽດນາມໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ຜະລິດໄດ້ຊຸດ Kit ສາມາດກວດພົບໄວຣັດ SARS-CoV-2. ປັດຈຸບັນມີ 20 ປະເທດພວມເຈລະຈາຊື້ຊຸດ Kit ດັ່ງກ່າວຂອງຫວຽດນາມ.

ກ່ອນອື່ນໝົດ, ບໍລິສັດຫຸ້ນສ່ວນເຕັກໂນໂລຢີຫວຽດນາມ - ອາຈະສົ່ງອອກໄປຍັງອີຣານ, ແຟງລັງ, ມາເລເຊຍ, ຢູແກຼນ. ນະຄອນຮ່າໂນ້ຍກໍ່ໄດ້ສັ່ງຊື້ຊຸດ Kit 4000 ຊຸດເພື່ອນຳໃຊ້ຢູ່ຮ່າໂນ້ຍແລະມອບໃຫ້ບັນດາໂຮງໝໍຢູ່ອີຕາລີ - ໂດຍເປັນປະເທດທີ່ເກີດໂລກລະບາດຢ່າງຮຸນແຮງຂອງເອີລົບໃນປັດຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ