ມີຫຼາຍ​ປະ​ເທດ​ໃນ​ໂລກ ຜັນ​ຂະ​ຫຍາຍ ບັນ​ດ​າ​ມາດ​ຕະ​ການ​ຢ່າ​ງ​ຮີບ​ດ່​ວນ​ເພື່ອ​ສະ​ກັດ​ກັ້ນ ​ການ​ແຜ່​ລະ​ບາດ​ຂອງ ພະ​ຍາດ​ອັກ​ເສບ​ປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່

(VOVWORLD) -ວັນທີ 23 ມັງກອນ 2020 ຢູ່ ຫວຽດນາມ ໄດ້ຢັ້ງຢືນວ່າ ມີ ຄົນເຈັບ 2 ຄົນ ເຂົ້າມາ ຫວຽດນາມ ເຊິ່ງເປັນ ຊາວ ອູ່ຮານ, ແຂວງ ຫູເປີ່ຍ ປະເທດຈີນ ແລະ ພວມໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ເຈີ້ໄຣ. 
ມີຫຼາຍ​ປະ​ເທດ​ໃນ​ໂລກ ຜັນ​ຂະ​ຫຍາຍ ບັນ​ດ​າ​ມາດ​ຕະ​ການ​ຢ່າ​ງ​ຮີບ​ດ່​ວນ​ເພື່ອ​ສະ​ກັດ​ກັ້ນ ​ການ​ແຜ່​ລະ​ບາດ​ຂອງ ພະ​ຍາດ​ອັກ​ເສບ​ປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ - ảnh 1ເຈົ້າໜ້າທີ່ພວມກວດກາແຂກທ່ອງທ່ຽວມາຈາກປະເທດຈີນ (ພາບ:  Kyodo/TTXVN) 

ປັດຈຸບັນ, 2 ຄັນດັ່ງກ່າວມີສຸຂະພາບທີ່ເປັນປົກປະຕິ ແລະ ສືບຕໍ່ໄດ້ຮັບການຕິດຕາມກວດກາ. ປັດຈຸບັນຍັງບໍ່ທັນມີ ຊາວ ຫວຽດນາມ, ພະນັກງານການແພດຜູ້ໃດທີ່ຖືກຕິດພະຍາດເທື່ອ.

ມີຫຼາຍມາດຕະການກວດກາ ໄດ້ນຳໃຊ້ຢູ່ບັນດາດ່ານຊາຍແດນຄື ສະໜາມບິນ, ທ່າກ່ຳປັ່ນ ຢູ່ຫຼາຍປະເທດ ໃນນັ້ນ ມີ ລາວ, ສິງກະໂປ, ມາເລເຊຍ… ເພື່ອ ຄົ້ນພົບຜູ້ທີ່ມີ ອາຄານຕິດເຊື້ອ. ທ່ານ ປຣາຢຸດ ຈັນໂອຈາ ນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງວ່າ ທຸກໆອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງຂອງປະເທດນີ້ ຕ້ອງເພີ່ມທະວີບັນດາມາດຕະການຮັບມືກັບ ຈຸລະໂຣກສາຍພັນໃໝ່     ແລະ ສະພາບການປ່ຽນແປງ.

ໃນຂະນະນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບສະພາບການສຸກເສີນ ຂອງ ໂມງໂກເລຍ ໄດ້ຕັດສິນ ປິດ ບັນດາໂຮງຮຽນ ທັງໝົດໃນທົ່ວປະເທດ ໂດຍຊົ່ວຄາວຄືແຕ່ວັນທີ 27 ມັງກອນ ຮອດວັນທີ 2 ມີນາ ເພື່ອຫຼີກລ້ຽງຄວາມສ່ຽງແຜ່ລະບາດ ເຊື້ອ ກໍ່ຄືບັນດາພະຍາດລະລົບຫາຍໃຈຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ