ຂອງທ່ານອະດີດປະທານປະເທດ ຫງວຽນມິງຈຽດ
(vovworld) – ໃນພິທີມອບກາໝາຍ 50 ປີທີ່ເປັນສະມາຊິກພັກໃຫ້ອະດີດປະທານປະເທດຫງວຽນມິງຈຽດ ທີ່ຈັດຕັ້ງໃນວັນທີ 14/5. ທ່ານ ມາຍເທ໋ຈຸງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງບິ່ງເຢືອງ ໄດ້ຕີລາຄາສູງການອຸທິດສ່ວນຂອງທ່ານອະດີດປະທານປະເທດ ຫງວຽນມິງຈຽດ ນັບແຕ່ເຂົ້າຮ່ວມການປະຕິວັດ ຕະຫຼອດຮອດເວລາໄດ້ຮັບດຳລົງຕຳແໜ່ງຕ່າງໆຄື: ເປັນການນຳສູນກາງຊາວໜຸ່ມ, ເລຂາຄະນະພັກແຂວງ ຊົງແບ໋, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ປະທານປະເທດ. ທ່ານ ມາຍເທ໋ຈຸງ ຢັ້ງຢືນວ່າ: ໃນຖານະຕຳແໜງໃດໆ ທ່ານອະດີດປະທານປະເທດ ຫງວຽນມິງຈຽດ ກໍ່ສະແດງໃຫ້ເຫັນຄວາມສາມາດ ໃນການຊີ້ນຳນຳພາຢ່າງດີເດັ່ນ, ສົມກັບທີ່ຕັ້ງບົດບາດ, ຖານະຕຳແໜ່ງເປັນການນຳຫຼັກແຫຼ່ງຂອງ ຫວຽດນາມ. ທ່ານອະດີດປະທານປະເທດ ຫງວຽນມິງຈຽດ ຢັ້ງຢືນວ່າ: ຈະດຳລົງຊີວິດທີ່ເປັນແບບຢ່າງ, ມີຄວາມບໍລິສຸດ; ພ້ອມແລ້ວທີ່ຈະປະກອບຄຳເຫັນຢ່າງກົງໄປກົງມາໃຫ້ການນຳແຂວງເພື່ອນຳແຂວງ ບິ່ງເຢືອງ ໃຫ້ພັດທະນາກວ່າອີກ.