ມອບກາໝາຍນະຄອນໂຮ່ຈີມິນໃຫ້ເອກອັກຄະລັດຖະທູດລາວປະຈຳຫວຽດນາມ

ມອບກາໝາຍນະຄອນໂຮ່ຈີມິນໃຫ້ເອກອັກຄະລັດຖະທູດລາວປະຈຳຫວຽດນາມ - ảnh 1
ທ່ານ ​ເລ​ຮ່ວາງ​ກວນ ປະດັບ​ກາໝາຍນະຄອນ ​ໂຮ່ຈີ​ມິນ
 ​ໃຫ້​ທ່ານ​ເອກ​ອັກ​ຄະລັດຖະທູດລາວ  ສົມ​ພອນ ສີ​ຈະ​ເລີ​ນ
(ພາບ: ThanhVu/TTXVN)

(vovworld) – ວັນ​ທີ 28/9, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ປະດັບ​ກາໝາຍນະຄອນ ​ໂຮ່ຈີ​ມິນ ​ໃຫ້​ທ່ານ​ເອກ​ອັກ​ຄະລັດຖະທູດ ລາວ ປະຈຳ ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ. ທ່ານ ​ເລ​ຮ່ວາງ​ກວນ ​ໄດ​ຊົມ​ເຊີຍ ທ່ານ​ເອກ​ອັກຄະ​ລັດຖະທູດ​ ສົມ​ພອນ ສີ​ຈະ​ເລີ​ນ ທີ່​ໄດ້​ເຮັດສຳ​ເລັດ​ໜ້າ​ທີ່​ການ​ທູດ​ ຊຶ່ງ​​ພັກ ​ແລະ ລັດ ລາວ ​ໄດ້ມອບ​ໝາຍ​ໃນ​ອາຍຸ​ການ​ເປັນ​ເອກ​ອັກຄະ​ລັດຖະທູດ ປະຈຳ ຫວຽດນາມ ​ເປັນ​ຢ່າງ​ດີ, ອັນ​ໄດ້ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ລາວ ​ແລະ ຫວຽດນາມ. ກ່ອນ​ໜ້າ​ນັ້ນ, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ກໍ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ການ​ທູດ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ