ມອບຂອງຂວັນປີໃໝ່ ໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ວຽງຈັນ ທີ່ທຸກຍາກ
ມອບຂອງຂວັນປີໃໝ່ ໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ວຽງຈັນ
(ພາບ: TTXVN)
(vovworld) - ວັນທີ 23/01, ຢູ່ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຂອງຂວັນປີໃໝ່ ໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ວຽງຈັນ ທີ່ທຸກຍາກ, ຊ່ວຍພໍ່ແມ່ປະຊາຊົນມີເງື່ອນໄຂຕ້ອນຮັບບຸນປີໃໝ່ ປີມະເມຍ 2014 ໃກ້ຈະມາຮອດ.
ຂອງຂວັນ 44 ພູດ ໄດ້ມອບໃຫ້ບັນດາຄອບຄົວທຸກຍາກ. ອ້າຍ ຟ້າມວັນຮຸ່ງ, ຮອງປະທານສະມາຄົມ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ພ້ອມກັບການພັດທະນາຂອງປະເທດລາວ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ເວົ້າລວມ ແລະ ຢູ່ນະຄອນຫຼວງວຽງຈັນເວົ້າສະເພາະ ມີການປ່ຽນແປງຫຼາຍຢ່າງ, ແຕ່ຍັງມີບາງຄອບຄົວ, ໂດຍສະເພາະແມ່ນຄອບຄົວຢູ່ໂດດດ່ຽວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ສະມາຄົມນະຄອນ ໄດ້ເອົາໃຈໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນນັບທັງດ້ານວັດຖຸ ແລະ ຈິດໃຈ, ເພື່ອສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອຂອງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ ພວມວຽນມາ.