ມອບຄ້ອງບັ້ງໃຫ້ແກ່ເຂດອະນຸສອນ ສະຖານປະທ່ານໂຮ່ຈິມິນ ຢູ່ ສປປລາວ

ມອບຄ້ອງບັ້ງໃຫ້ແກ່ເຂດອະນຸສອນ ສະຖານປະທ່ານໂຮ່ຈິມິນ ຢູ່ ສປປລາວ - ảnh 1

ຄ້ອງບັ້ງ​ມອບ​ໃຫ້​ແກ່​ລາວ

(ພາບ:langvietonline.vn)

(VOV)- ສະມາຄົມ​ມໍລະດົກ​ວັດທະນະທຳ​ລາມ​ກິ​ງ ​ແຂວງ​ແທງ​ຮົວ ຫາ​ກໍ່​ຝາກ​ເອກະສານ​ທາງ​ການ ​ໄປ​ຍັງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ອະນຸຍາດ​ມອບ​ຄ້ອງບັ້ງງ​ທີ່​ຫາ​ກໍ່​ຫຼໍ່​ໃໝ່​ໃຫ້​ແກ່​ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ ທີ່​ບ້ານ​ຊຽງ​ວາງ, ​ເມືອງ​ໜອງ​ບົກ ​ແຂວງ​ຄຳ​ມ່ວນ. ນີ້​ແມ່ນ​ຂໍສະ​ເໜີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ​ໃນ​ໂອກາດ​ປີ​ສາມັກຄີ​ມິດຕະພາບ​ຫວຽ​ດນາມ-​ລາວ 2012, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-​ລາວ. ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້ຄະນະ​ຮັບຜິດຊອບ​ຫໍພິພິຕະພັນ​ໄກສອນ ພົມວິຫານ ຮັບຄ້ອງບັ້ງ​ດັ່ງ​ກ່າວ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ສະມາຄົມ​ມໍລະດົກ​ວັດທະນະທຳ​ລາມ​ກິ​ງ ​ແຂວງ​ແທງ​ຮົວ ​ນຳເອົາຄ້ອງບັ້ງ​ພ້ອມ​ກັບ​ຄະນະ​ສິລະ​ປະກອນ​ໄປ​ລາວ ​ແລະ ຈັດ​ພິທີ​ມອບ​ຄ້ອງບັ້ງ​ໃຫ້​ແກ່ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມິນ ທີ່​ບ້ານ​ຊຽງ​ວາງ, ​ເມືອງ​ໜອງ​ບົກ ​ແຂວງ​ຄຳ​ມ່ວນ ຊື່​ງຄາດ​ວ່າຈະດຳເນີນ​ໃນຕົ້ນ​ເດືອນ 12/2012.

 

 

 

ຂ່າວ/ບົດ​ອື່ນ