ມອບທຶນສຶກສາ “ພ້ອມກັບນ້ອງໄປໂຮງຮຽນ” ໃຫ້ເດັກປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງຮ່າຢາງ

ມອບທຶນສຶກສາ “ພ້ອມກັບນ້ອງໄປໂຮງຮຽນ” ໃຫ້ເດັກປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງຮ່າຢາງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ມອບ​ທຶນ​ສຶກສາໃຫ້​ເດັກ​ປະສົບ​ກັບຄວາມ​ຫຍຸ​້ງຍາກ​ພິ​ເສດຢູ່​ແຂວງ​ຮ່າ​ຢາງ
(ພາບ: hagiang.gov.vn)


(vovworld) – ຕອນ​ບ່າຍວັນ​ທີ 08/09, ຢູ່​ນະຄອນ​ຮ່າ​ຢາງ, ກອງ​ທຶນ​ຊ່ວຍ​ເຫຼືອ​ເດັກ​ຫວຽດນາມ ​ໄດ້​ສົມທົບ​ກັບ​ແຂວງ​ຮ່າ​ຢາງ ຈັດ​ພິທີມອບ​ທຶນ​ສຶກສາ​ໃຫ້​ເດັກ​ປະສົບ​ກັບຄວາມ​ຫຍຸ​້ງຍາກ​ພິ​ເສດ ​ແຕ່​ບືນ​ຕົວ​ຂຶ້ນ​ໃນ​ກາ​ນຮໍ່າຮຽນ​ຢູ່​ແຂວງ​ຮ່າ​ຢາງ 120 ຄົນ, ​ແຕ່ລະ​ທຶນ​ມີ​ມູນ​ຄ່າ 2 ລ້ານ​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ ລາຍການຈະ​ສືບ​ຕໍ່​ຈັດ​ຕັ້ງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ເພື່ອ​ຊ່ວຍ​ໃຫ້​ພວກ​​ເດັກປະສົບ​ກັບຄວາມ​ຫຍຸ​້ງຍາກ​ພິ​ເສດ ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວ​ມ ​ແລະ ​ແຂວງ​ຮ່າ​ຢາງ ​ເວົ້າ​ສະ​ເພາະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສູ້​ຊົນ​ບື່ນຕົວ​ຂຶ້ນ​ໃນ​ການ​ຮໍ່າຮຽນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​ໃຫ້​ແຂວງ ຮ່າ​ຢາງ ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ ​ເພື່ອ​ໃຫ້​ວຽກ​ງານ​ຊ່ວຍ​ເຫຼືອ ​ແລະ ​ເບ​ິ່ງ​​ແຍງ​ເດັກ​ເຂົ້າ​ສູ່​ຊີວິດຕົວ​ຈິງ, ປະກອບສ່ວນ​ຜັນ​ຂະຫຍາຍ​​ບັນດາ​ແຜນ​ນະ​ໂຍບາຍ, ນະ​​ໂຍບາຍ​ຂອງ​ພັກ, ລັດ ສຳລັບ​ເດັກຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ; ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເດັກ​ໃນ​ບໍລິ​ເວນ​ແຂວງ​ຮ່າ​ຢາງ ​ໃຫ້​ນັບມື້​ນັບພັດທະນາ​ດີກ​ວ່າ​ເກົ່າ.

ຂ່າວ/ບົດ​ອື່ນ