ມອບທຶນສຶກສາໃຫ້ແກ່ນັກຮຽນ,ນັກສຶກສາຂະແຫນງຄະນິດສາດ

ມອບທຶນສຶກສາໃຫ້ແກ່ນັກຮຽນ,ນັກສຶກສາຂະແຫນງຄະນິດສາດ - ảnh 1
ພິທີ​ມອບ​ລາງວັນ​ກິດຈະກຳ​ຄະນິດສາດ 2012 ​ແລະ ມອບ​ທຶນ​ສຶກສາ
ພາບ: internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 5/5 ຢູ່ ຮ່າ​ໂນ້ຍ, ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ​ພັດທະນາ​ຄະນິດສາດ​ໄລຍະ 2012 - 2020 ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ກິດຈະກຳ​ຄະນິດສາດ 2012 ​ແລະ ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ​ສົກຮຽນ 2012-2013. ຄະນະ​ບໍລິຫານ​ໂຄງການ​ໄດ້​ເລືອກ​ເຟັ້ນ 37 ກິດຈະກຳ​ວິທະຍາສາດ​ເພື່ອ​ມອບ​ລາງວັນ, ມອບ​ທຶນ​ສຶກສາ​ໃຫ້​ແກ່ນັກຮຽນ, ນັກ​ສຶກສາ​ຂະ​ແຫນງ​ຄະ​ນິສາດ​ໃນ​ທົ່ວ​ປະ​ເທດ 440 ຄົນ. ສາດສະດາຈານ ​ເລ​ຕວນຮວາ, ຜູ້ອຳນວຍການ​ບໍລິຫານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຂັ້ນ​ສູງ​ກ່ຽວ​ກັບຄະນິດສາດ​ໃຫ້​ຮູ້​ວ່າ:

        “​ເພື່ອ​ພັດທະນາ​ພື້ນຖານ​ວິທະຍາສາດ​ເວົ້າ​ລວມ ​ແລະ ຄະນິດສາດ​ເວົ້າ​ສະ​ເພາະ ພວກ​ເຮົາ​ຕ້ອງ​ມີ​ຫລາຍ​ມາດ​ຕະການ. ​ໃນ​ນັ້ນ ​ເລື່ອງ​ມອບ​ທຶນ​ສຶກສາ​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​​ແທ້​ຈິງ​ໃນ​ການ​ຊຸກຍູ້​ສ້າງ​ພື້ນຖານ​ຄະນິດສາດ​ຫວຽດນາມ​ທັນ​ສະ​ໄຫມ, ສຳ​ພັດ​ກັບ​ໂລກ, ລະດົມ​ກຳລັງ​ໃຈ​ພວກ​ນ້ອງ​​ສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ຄະນິດສາດ.”

ຂ່າວ/ບົດ​ອື່ນ