ມອບນາມມະຍົດວິລະຊົນກຳລັງປະກອບອາວຸດໃຫ້ແກ່ອະດີດນັກໂທດ ກົນດາວ
ປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໝູ່ຄະນະ ແລະ 4 ບຸກຄົນ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2013), ວັນທີ 26/4, ຢູ່ນະຄອນ ບ່າເຣ້ຍ - ຫວູງເຕົາ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໝູ່ຄະນະ ແລະ 4 ບຸກຄົນ ຊຶ່ງແມ່ນນັກຮົບປະຕິວັດ ຖືກກັກຂງຢູ່ ກົນດາວເມື່ອກ່ອນ. ນີ້ແມ່ນລາງວັນອັນສູງສົ່ງເພື່ອແນໃສ່ຮັບຮູ້ ແລະ ເຊີດຊູບັນດາໝູ່ຄະນະ ແລະ ບຸກຄົນທີ່ເປັນອະດີດນັກຮົບປະຕິບັດກົນດາວ ທີ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນໃນບັ້ນຮົບຢູ່ຄຸກ ກົນດາວ, ຜ່ານນັ້ນໄດ້ປຸກລຸກຈິດໃຈເອກອ້າງທະນົງໃຈແຫ່ງຊາດ. ຕາງໜ້າໃຫ້ອະດີດນັກໂທດການເມືອງ ກົນດາວ 350 ຄົນຂອງ 35 ແຂວງນະຄອນທີ່ເປັນຕົວແທນໃນທົ່ວປະເທດເຂົ້າຮ່ວມ, ທ່ານ ຈິ້ງວັນເລົາ, ອະດີດກຳມະການສູນກາງພັກ, ເລຂາຄະນະພັກເມືອງເກາະ ກົນດາວ ເນັ້ນໜັກວ່າ: ບັນດານັກໂທດ ກົນດາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ ແລະ ຫວັງວ່າປະຊາຊົນໃນທົ່ວປະເທດພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງ ກົນດາວ ກາຍເປັນຈຸດນັດພົບແຫ່ງການສຶກສາອົບຮົມມູນເຊື້ອຮັກຊາດ ໃຫ້ແກ່ລຸ້ນຄົນຕໍ່ໆໄປ.