ມອບນາມມະຍົດສາດສະດາຈານກິຕິມະສັກໃຫ້ແກ່ປະທານສະມາຄົມມິດຕະພາບ ຫວຽດນາມ ລັດເຊຍ.
ທ່ານ Dao Trong Thi (ເບື້ອງຊ້າຍ) ພວມມອບຂອງຂວັນ
ໃຫ້ແກ່ສະມາຄົມມິດຕະພາບລັດເຊຍ ຫວຽດນາມ.
|
(vovworld) - ຕອນບ່າຍວັນທີ 25/4 ຢູ່ ສະຖາບັນເສດຖະກິດ ແລະ ກົດໝາຍ ມົດສະກູ, ສະຫະພັນລັດເຊຍ, ສາສະດາຈານ, ດອກເຕີ Vladimia Buiyanop ຜູ້ອຳນວຍການສະຖາບັນດັ່ງກ່າວ ໄດ້ມອບນາມມະຍົດສາດສະດາຈານກິຕິມະສັກຂອງໂຮງຮຽນໃຫ້ແກ່ທ່ານ Dao Trong Thi, ປະທານສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ເນື່ອງໃນໂອກາດທ່ານມາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 7 ຂອງສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ (ອາຍຸການ 2012 - 2017) ເພື່ອຮັບຮູ້ບັນດາການປະກອບສ່ວນໃຫ້ແກ່ການພັດທະນາການຮ່ວມມືດ້ານສຶກສາ ແລະ ບຳລຸງສ້າງລະຫວ່າງຝ່າຍ ຫວຽດນາມ ກັບສະຖາບັນ. ກ່າວຄຳເຫັນນະພິທີ, ສາດສະດາຈານ ດອກເຕີ Vladimia Buiyanop ຕີລາຄາສູງບັນດາການອຸທິດສ່ວນຂອງສາດສະດາຈານ Dao Trong Thi ທີ່ມີຕໍ່ພາລະກິດການສຶກສາ ແລະ ບຳລຸງສ້າງ ລະຫວ່າງບັນດາມະຫາວິທະຍາໄລ ຫວຽດນາມ ກັບສະຖາບັນເສດຖະກິດ ແລະ ກົດໝາຍມົດສະກູ ແລະ ບັນດາມະຫາວິທະຍາໄລຢູ່ ລັດເຊຍ ເວົ້າລວມ. ທ່ານ ສາດສະດາຈານ Dao Trong Thi ສະແດງຄວາມເປັນກຽດທີ່ໄດ້ຮັບນາມມະຍົດດັ່ງກ່າວ. ທ່ານເວົ້າວ່າ:
“ຂ້າພະເຈົ້າຮູ້ສຶກ ມີຄວາມຜາສຸກ ແລະ ເອກອ້າງທະນົງໃຈ ຕໍ່ນາມມະຍົດນີ້. ມັນບໍ່ພຽງແຕ່ສະຫງວນໃຫ້ແກ່ຂ້າພະເຈົ້າເອງເທົ່ານັ້ນ ຫາກຍັງສະຫງວນໃຫ້ແກ່ໝູ່ຄະນະໃນສະມາຄົມມິດຕະພາບ ຫວຽດນາມ ລັດເຊຍ ຊຶ່ງແມ່ນອົງການທີ່ມີການປະກອບສ່ວນຫລາຍຢ່າງໃນການພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ໝັ້ນຄົງລະຫວ່າງປະຊາຊົນສອງປະເທດ.”