ມອບລາງວັນ Ho Chi Minh ໃຫ້ແກ່ຜູ້ຊ່ຽວຊານລັດເຊຍ

ມອບລາງວັນ Ho Chi Minh ໃຫ້ແກ່ຜູ້ຊ່ຽວຊານລັດເຊຍ - ảnh 1
ທ່ານ Pham Xuan Son ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ປະຈຳ​ລັດ​ເຊຍ ​​ມອບລາງວັນ Ho Chi Minh ​ໃຫ​້​ແກ່​ບັນດາ​ຜູ້​ຊ່ຽວຊານ​​ໂຊ​ວຽ​ດ​ເກົ່າ ​ແລະ ຜູ້​ຊ່ຽວຊານ​ລັດ​ເຊຍ
ພາບ: vov

(vovworld) - ວັນ​ທີ 21/3 ຢູ່ນະຄອນຫລວງ ມົດ​ສະ​ກູ ສະຫະພັນ​ລັດ​ເຊຍ, ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກທ່ານ​ປະທານ​ປະ​ເທດ​ຫວຽດນາມ  Truong Tan Sang, ທ່ານ Pham Xuan Son ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ປະຈຳ​ລັດ​ເຊຍ ​ໄດ້​ມອບລາງວັນ Ho Chi Minh ​ໃຫ​້​ແກ່​ບັນດາ​ຜູ້​ຊ່ຽວຊານ​​ໂຊ​ວຽ​ດ​ເກົ່າ ​ແລະ ຜູ້​ຊ່ຽວຊານ​ລັດ​ເຊຍ ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ຂະ​ແຫນງ​ນ້ຳມັນ​ອາຍ​ແກ​ສຫວຽດນາມ  ​ແລະ ປະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ບັນດາ​ຜູ້​ຊ່ຽວຊານ​ນີ້​ແມ່ນ​ຫນຶ່ງ​​ໃນ​ຈຳ​ນວຍ 49 ທ່ານ​ທີ່​ສ້າງ​ເປັນ​ກິດຈະກຳ​ວິທະຍາສາດ​ທີ່​ມີ​ຫົວ​ເລື່ອງ​ວ່າ: ສຳ​ຫລວດ, ພົບ​ເຫັນ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ຢູ່​ໄລ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ນີ້​ແມ່ນ​ກິດຈະກຳ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ດີ​ເດັ່ນ, ມີ​ຄຸນຄ່າ​ສູງທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ປະກາດ​ ​ແລະ ນຳ​ໃຊ້, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ພື້ນຖານ​ເສດຖະກິດ​, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວັນນະຄະດີ, ສິລະ​ປະ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຕາງຫນ້າ​ໃຫ້​ບັນດາ​ທ່ານທີ່​ໄດ້​ຮັບ​ລາງວັນ, ທ່ານ Arexep ສາ​ສະ​ດາ​ຈານ, ສະມາຊິກ​ສະພາ​ມະຫາບັນ​ດີດ, ​ດອກ​ເຕີ ວິລະ​ຊົນ​ແຮງ​ງານ​ຫວຽດນາມ ​ໄດ້ຢືນຢັນ​ວ່າ: ນີ້​ແມ່ນ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ອັນ​ໃຫຍ່​ຫລວງ.       “ການ​ປະກອບສ່ວນ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ບັນດາ​ແນວ​ຄວາມ​ຄິດ​ໃຫມ່. ຂ້າພະ​ເຈົ້າ​ຕາງຫນ້າ​ໃຫ້​ບັນດາ​ເພື່ອນ​ຮ່ວມ​ງານ​ ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ການ​ຕີ​ລາຄາ​ຂອງ​ພວກເພື່ອນ ​ແລະ ສະ​ແດງ​ຄວາມຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ພວກ​ເພື່ອນ​ທີ່​ບໍ່​ຫລົງ​ລືມ​ຜູ້​ທີ່​ໄດ້ອອກ​ກິນ​ເບ້ຍ​ບຳນານ​ຄື​ພວກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ມີ​ຄວາມ​​ແປກ​ປະຫລາດ​ໃຈ ​ແລະ ຕື້ນ​ຕັນ​ໃຈ​ຕໍ່​ບັນດາ​ອາລົມ​ຈິດ​ອັນສະຫນິດສະຫນົມ​ນີ້.”

ນັກ​ຂ່າວ​ກວາງ​ເຊີນ ປະຈຳ ລັດ​ເຊຍ.

ຂ່າວ/ບົດ​ອື່ນ