(ພາບ:baodaknong.org.vn)
(vovworld)- ຕອນຄ່ຳວັນທີ 21/4, ຢູ່ຮ່າໂນ້ຍ, ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ (VINASA) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ ແລະ ມອບລາງວັນ
Sao Khue 2013 ໃຫ້ແກ່ບັນດາຜະລິດຕະພັນ, ການບໍລິການ ແລະ ວິທີການແກ້ໄຂດ້ານຊອບແວ, ເຕັກໂນໂລຊີດີເດັ່ນຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນບັກຊອນ ລັດຖະມົນຕີກະຊວງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງໂຄງການ
Sao Khue ທີ່ມີຕໍ່ການພັດທະນາຂອງຂະແໜງອຸດສາຫະກຳຊອບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ. ຈາກຂະແໜງເສດຖະກິດທີ່ໃໝ່ອຽມ, ລາຍຮັບພຽງກ່ວາ 50 ລ້ານໂດລາສະຫະລັດໃນປີ 2002, ຮອດປີ 2012, ລາຍຮັບໄດ້ຂຶ້ນເຖິງ 2,3 ຕື້ໂດລາສະຫະລັດ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ ແລະ ຫັນປະເທດຊາດເປັນທັນສະໄໝ. ຄະນະຈັດຕັ້ງໄດ້ມອບນາມມະຍົດ
Sao Khue ໃຫ້ແກ່ 48 ຜະລິດຕະພັນຊອບແວ ແລະ 18 ການບໍລິການເຕັກໂນໂລຊີດີເດັ່ນກ່ວາໝູ່. ເຄືອຂ່າຍອິນເຕີເນັດການແພດ Yton.vn ໄດ້ຮັບລາງວັນ
Sao Khue ຊທາງແມ່ນລາງວັນດຽວໃນປີນີ້ໄດ້ຮັບນາມມະຍົດຊອບແວດີເດັ່ນ 5 ດາວ.