(vovworld) - ພິທີສະຫຼຸບ 10 ປີການເສັງ ແລະ ມອບລາງວັນການເສັງລະດັບຊາດກ່ຽວກັບການປົວແປງການນຳໃຊ້ ແລະ ປົກປັກຮັກສາແຫຼ່ງນ້ຳຄັ້ງທີ 10 ຖືກດຳເນີນໄປໃນຕອນເຊົ້າວັນທີ 09/06, ຢູ່ຮ່າໂນ້ຍ. ການສອບເສັງໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງສຶກສາ ແລະ ບຳລຸງສ້າງ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ສະມາຄົມປັກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ສົມທົບກັນຈັດຕັ້ງ. ຜ່ານໄລຍະ 10 ປີແຫ່ງການຈັດຕັ້ງ, ບັນດາກິດຈະກຳເຂົ້າຮ່ວມການສອບເສັງທີ່ອຸດົມສົມບຸນ ແລະ ຫຼາຍຮູບຫຼາຍແບບ, ປະກອບສ່ວນໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການນຳໃຊ້, ຂຸດຄົ້ນຢ່າງເໝາະສົມ ແລະ ປົກປັກຮັກສາແຫຼ່ງນ້ຳ. ມີນັກຮຽນກວ່າ 30.000 ຄົນງ ໄດ້ເຂົ້າຮ່ວມດ້ວຍ 12.000 ແຜນຮ່າງ. ໃນການສອບເສັງ 9 ຄັ້ງກອນ, ມີນັກຮຽນ 20 ຄົນຍາດລາງວັນ ໄດ້ໄປສະວິດ ເຂົ້າຮ່ວມການເສັງສາກົນ. ແຕ່ຍັງບໍ່ທັນມີນັກຮຽນໃດຍາດໄດ້ລາງວັນສາກົນ, ແຕ່ໄດ້ມີບົດຮຽນລ້ຳຄ່າຫຼາຍຢ່າງ, ມີຜົນງານດີສຳລັບບັນດາລຸ່ນນັກສຶກສາຢູ່ບັນດາໂຮງຮຽນ.
ການສອບເສັງລະດັບຊາດກ່ຽວກັບການປົວແປງການນຳໃຊ້ ແລະ ປົກປັກຮັກສາແຫຼ່ງນ້ຳຄັ້ງທີ 10 ມີ 400 ກວ່າກິດຈະກຳເຂົ້າຮ່ວມການສອບເສັງຂອງນັກຮຽນໃນທົ່ວປະເທດ. ຄະນະຈັດຕັ້ງໄດ້ເລືອກ 11 ກິດຈະກຳດີເດັ່ນເພື່ອມອບລາງວັນ.