ມອບລາງວັນຄຸນນະພາບ ແຫ່ງຊາດປິ 2012 ໃຫ້ແກ່ 67 ວິສາຫະກິດ

ມອບລາງວັນຄຸນນະພາບ ແຫ່ງຊາດປິ 2012 ໃຫ້ແກ່ 67 ວິສາຫະກິດ - ảnh 1
(ພາບ:
vietnamplus.vn)

(vovworld)-​ ຕອນ​ເຊົ້າວັນ​ທີ 17/3, ຢູ່​ຮ່າ​ໂນ້ຍ,  ວິ​ສາ​ຫະກິດ​ຫວຽດນາມ​ ດີ​ເດັ່ນກ່ວາ​ໝູ່ 67 ​ແຫ່ງ​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ພິທີ​ມອບ​ລາງວັນຄຸນນະພາ​ບ​ແຫ່ງ​ຊາດ, ລາງວັນ​ຄຸນ​ນະພາ​ບສາກົນ​ອາຊີ-​ປາຊີ​ຟິກປີ 2012. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນໜັກ​ວ່າ: ​ໃນ​ສະພາບ​ການ​ເສດຖະກິດ​ໂລກ ​ແລະ ຫວຽດນາມ ພວມ​ໃນ​ໄລຍະ​ຫຍຸ້ງຍາກ, ນີ້​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຜ່ານ​ການ​ຍົກ​ສູງ​ຄຸນ​ນະພາ​ບຜະລິດຕະພັນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເຊື່ອໝັ້ນວ່າ: ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນ​ໄດ້​ຮັບ​ລາງວັນ​ປີ​ນີ້ ຈະ​ແມ່ນ​ແຫ່ລງ​ລະດົມ​ກຳລັງ​ໃຈ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ຈາກ​ນັ້ນ ຈະ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ