ມອບລາງວັນງານມະໂຫລານສິລະປະເວທີການສະແດງຂັບຕ່ວງ, ຂັບບ່າຍຈ່ອຍ ແລະລໍາເລື່ອງ ທົ່ວປະເທດ

(VOVWORLD) -ຕອນຄໍ່າວັນທີ 28 ຕຸລາ, ຢູ່ແຂວງກວາງງາຍ ຂອງຫວຽດນາມ ໄດ້ດໍາເນີນພິທີອັດ ແລະ ມອບລາງວັນງານມະໂຫລານສິລະປະເວທີການສະແດງຂັບຕ່ວງ, ຂັບບ່າຍຈ່ອຍ ແລະ ລໍາເລື່ອງ ທົ່ວປະເທດ ປີ 2018. 
ມອບລາງວັນງານມະໂຫລານສິລະປະເວທີການສະແດງຂັບຕ່ວງ, ຂັບບ່າຍຈ່ອຍ ແລະລໍາເລື່ອງ ທົ່ວປະເທດ - ảnh 1 ພິທີມອບລາງວັນງານມະໂຫລານສິລະປະເວທີການສະແດງຂັບຕ່ວງ, ຂັບບ່າຍຈ່ອຍ ແລະລໍາເລື່ອງ ທົ່ວປະເທດ (ພາບ:baoquangngai.vn)

ຄະນະຈັດຕັ້ງ ໄດ້ມອບຫຼຽນຄໍາໃຫ້ແກ່ນັກສິລະປິນ 26 ຄົນ ແລະ ຫຼຽນເງິນ ໃຫ້ແກ່ນັກສິລະປິນ 44 ຄົນ ທີ່ໄດ້ເຂົ້າຮ່ວມງານມະໂຫລານ. ໃນນັ້ນ, ລາງວັນພິເສດໄດ້ແກ່ທ່ານ ຫງວຽນເທ໊ກີ໋, ສູນອະນຸລັກຮັກສາສິລະປະຂັບລໍາພື້ນເມືອງ ຂັບບ່າຍຈ່ອຍ ກວ໋າງງາຍ ເຊິ່ງເປັນຜູ້ແຕ່ງຂອງບົດລະຄອນ “ພູຜາປ່າໄມ້ໃນຄາວນັ້ນ”. ລາງວັນຜູ້ແຕ່ງດີເລີດ ໄດ້ແກ່ນັກສິລະປິນດີເດັ່ນ ຮວິ່ງຫຶວແຢງ ດ້ວຍບົດລະຄອນ “ຄະດີເລກົງທີ່ແປກປະຫຼາດ”, ໂຮງລະຄອນສິລະປະນະຄອນໂຮ່ຈີມິນ.

        ງານມະໂຫລານສິລະປະເວທີການສະແດງຂັບຕ່ວງ, ຂັບບ່າຍຈ່ອຍ ແລະ ລໍາເລື່ອງທົ່ວປະເທດ ປີ 2018 ໂດຍປະຊາຄົມນັກສິລະປິນເວທີສະແດງຫວຽດນາມ ສົມທົບກັບແຂວງກວ໋າງງາຍ ຈັດຂຶ້ນ, ດໍາເນີນແຕ່ວັນທີ 20 – 28 ຕຸລາ ຢູ່ແຂວງກວ໋າງງາຍ.

ຕອບກັບ

ຂ່າວ/ບົດ​ອື່ນ