ມອບລາງວັນຜູ້ເກັ່ງກ້າສາມາດແດນຫວຽດ2014

ມອບລາງວັນຜູ້ເກັ່ງກ້າສາມາດແດນຫວຽດ2014 - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ
(ພາບ: Hữu Nghị)

(vovworld) – ພິ​ທີ​ມອບ​ລາງວັນ​ໃຫ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ແດນ ຫວຽດ​ ປີ 2014 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 20/11, ຢູ່​ຮ່າ​ໂນ້ຍ, ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ວິ​ທະ​ຍາ​ສາດ, ການ​ຢາ ແລະ ສິ່ງ​ແວດ​ລ້ອມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ຍົກ​ສູ​ງຄຸນ​ນະ​ພາບ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລ​າງວັນ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ແບ່ງ​ປັນ​ວ່າ: 10 ປີ​ຜ່ານ​ມາ, ລາງວັນ​ຜູ້​ມີ​ຄວາມ​ສາ​ມາດ​ແດນ​ຫວຽດ ໄດ້​ເປີດ​ກ້​ວາງ​ທັງ​ດ້ານ​ຂອບ​ຂະ​ໜາດ ແລະ ອິດ​ທິ​ພົນ​ຊື່​ສຽງ. ລາງວັນ​ສືບ​ຕໍ່​ແມ່ນ​​ກຳ​ລັງ​ໜູນ​ເພື່ອ​ປະ​ຕິ​ບັດບັນ​ດາ​ຄວາມ​ໄຝ່​ຝັນ, ຫັນ​ບັນ​ດາ​ແນວ​​ຄວາມຄິ​ດ​​ໃຫ້ປະ​ກົດ​​ຜົນ​ເປັນ​ຈິງ ແລະ ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃ​ຫ້​ແກ່​ແຜນ​ການ​ໃນ​ອະ​ນາ​ຄົດ… ຂອງ​ວົງ​ການ​ນັກ​ປັນ​ຍາ​ຊົນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານກໍ່​ຄື​ເຊີດ​ຊູ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໃນ​ທົ່ວ​ປະ​ເທດ. ປີນີ້, ເປັນ​ຄັ້ງ​ທຳ​ອິດ, ຄະ​ນະ​ຈັດ​ຕັ້ງ​ຕົກ​ລົງ​ມອບ​ລາງວັນ​ສົ່ງ​ເສີ​ມ​ຜູ້​​ເກັ່ງ​ກ້າ​ສາມ​າ​ດ​ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ລາງວັນ​ນີ້​ໄດ້​ມອບ​ໃຫ້​ທ່ານ ຫວູ​ດິ່ງ​ຟຸກ, ສະ​ມາ​ຄົມ​ສົ່ງ​ເສີມ​ການ​​ຮຽນ​ແຂວງ ເລີມ​ດົ່ງ.



ຂ່າວ/ບົດ​ອື່ນ