ມອບລາງວັນໃຫ້ບັນດາອົງການຈັດຕັ້ງ ແລະ ບຸກຄົນຊາວໜຸ່ມທີ່ດີເດັ່ນ ອາຊຽນ

ມອບລາງວັນໃຫ້ບັນດາອົງການຈັດຕັ້ງ ແລະ ບຸກຄົນຊາວໜຸ່ມທີ່ດີເດັ່ນ ອາຊຽນ - ảnh 1
ພິທີ​ມອບ​ລາງວັນໃຫ້ຊາວ​ໜຸ່ມ​ດີ​ເດັ່ນ​ອາ​ຊຽນ 10 ຄົນ
(ພາບ: baomoi.com)


(vovworld) - ພິທີ​ມອບ​ລາງວັນໃຫ້​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ອາ​ຊຽນ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ. ຊາວ​ໜຸ່ມ​ດີ​ເດັ່ນ​ອາ​ຊຽນ 10 ຄົນ ​ໄດ້​ຮັບ​ລາງວັນ​​ແມ່ນຍ້ອນ​ມີ​ບັນດາ​ຜົນງານ, ປະກອບສ່ວນ​ເຂົ້າ​ໃນ​ວົງ​ຄະນະ​ຍາດ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ​ອ້າຍ ຫງວຽນ​ດັກ​ວິ​ງ, ເລຂາ​ທີ​ໜຶ່ງສູນ​ກາງ​ຊາວ​ໜຸ່ມ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ​ໃຫ້ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຮ່ວມ​ມື, ປະກອບສ່ວນ​​ເຂົ້າ​ໃນ​ວິວັດ​ການ​ກໍ່ສ້າງ​ອາ​ຊຽນ ​ໃຫ້​ກາຍ​ເປັນ​ປະຊາ​ຄົມ​ທີ່​ປອງ​ດອງ ​ແລະ ມິດຕະພາບ, ​ເປັນ​​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ, ອູ້ມ​ຊູຊ່ວຍ​ເຫຼືອ ​ແລະ ​ແບ່ງ​ປັນບົດຮຽນ​ເພື່ອສະຖຽນ​ລະ​ພາບ, ສັນຕິພາບ ​ແລະ ພັດທະນາ. ​ເນື່ອງ​ໃນ​ໂອກາດ​ນີ້, ຕາງໜ້າ​ໃຫ້​ຄະ​ນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ສະມາຊິກຊາວ​ໜຸ່ມ​ຫວຽດນາມ ທຸກ​ຄົ​ນ, ອ້າຍ ຫງວຽນ​ດັກ​ວິ​ງ ​ໄດ້​ຝາກຄຳ​ແບ່ງ​ເບົາ​​ຄວາມໂສກເສົ້າ​​ເສຍ​ດາຍ​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພະຍຸ Haiyan ທີ່​ຜ່ານ​ມາ​ຢູ່​ປີ​ລິບ​ປີນ; ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ໃນ​ປະຊາ​ຄົມ​ອາ​ຊຽນ ມີ​ຂໍ້​ລິ​ເລີ່​ມຫຼາຍ​ຢ່າງ, ມີ​ການ​ກະທຳ​ຢ່າງ​ແທດ​ຈິງ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບຊາວ​ໜຸ່ມ ​ແລະ ປະຊາ​ຊົນ​ຟີ​ລິບ​ປີນ ​ແກ້​​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ Haiyan.
ຂ່າວ/ບົດ​ອື່ນ