(VOVWORLD) -ຕອນຄ່ຳວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງໄດ້ຈັດຕັ້ງພິທີມອບລາງວັນຂອງ ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໃຫ້ແກ່ 15 ຜົນງານທິດສະດີ, ບົດວິຈານວັນນະຄະດີ, ສິລະປະ.
ພິທີມອບລາງວັນຂອງ ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໃຫ້ແກ່ 15 ຜົນງານທິດສະດີ, ບົດວິຈານວັນນະຄະດີ, ສິລະປະ |
15 ຜົນງານດັ່ງກ່າວຂຶ້ນກັບບັນດາຂົງເຂດຄື: ວັນນະຄະດີ, ວິຈິດສິນ, ຖ່າຍຮູບ…ບັນດາຜົນງານເຫຼົ່ານັ້ນລ້ວນແຕ່ໄດ້ພິມຈຳໜ່າຍ ແລະ ໄດ້ປະກາດ ມີຄຸນຄ່າທາງດ້ານວິທະຍາສາດ ແລະ ປະກອບສ່ວນດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ມີລັກສະນະສະຖານະການໃນຊີວິດດ້ານວັນນະຄະດີ, ສິລະປະ…ປະກອບສ່ວນເຂົ້າໃນການກຳນົດທິດການປະດິດແຕ່ງ ແລະ ປະຕິເສດບັນດາທັດສະນະທີ່ຜິດພາດໃນວັນນະຄະດີ, ສິລະປະຢ່າງມີປະສິດທິຜົນ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງເນັ້ນໜັກວ່າ:
ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ຫວັງວ່າ ໃນໄລຍະຈະມາເຖິງບັນດາສະມາຄົມວັນນະຄະດີ, ສິລະປະຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດານັກສິລະປະວັນນະຄະດີ, ແລະ ບັນດາຜູ້ທີ່ເຮັດວຽກງານທິດສະດີ, ວິຈານວັນນະຄະດີ, ສິລະປະກໍ່ຄື ມະຫາຊົນເປັນຈຳນວນຫຼວງຫຼາຍມີຄວາມເອົາໃຈໃສ່ກ່ວາອີກ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຮັດໃຫ້ ການມອບລາງວັນນັບມື້ນັບມີຄຸນປະໂຫຍດຢ່າງແທ້ຈິງ ແລະ ມີຄວາມໝາຍອັນຍິ່ງໃຫຍ່ກ່ວາອີກ.