ມອບຫຼຽນກາມິດຕະພາບໃຫ້ຜູ້ອຳນວຍການສູນວິທະຍາສາດແລະ
ວັດທະນະທຳລັດເຊຍ
(ພາບ: dangcongsan.vn)
|
(vovworld) – ຕອນບ່າຍວັນທີ 27/2, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບການມອບໝາຍຈາກປະທານປະເທດ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ໄດ້ມອບຫຼຽນກາມິດຕະພາບໃຫ້ທ່ານ Lavreniev Alekxei Iurievich, ຜູ້ອຳນວຍການສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ປະຈຳ ຮ່າໂນ້ຍ, ຍ້ອນມີການປະກອບສ່ວນຕັ້ງໜ້າ, ມີປະສິດທິຜົນຫຼາຍຢ່າງໃນບັນດາຂົງເຂດວັດທະນະທຳ, ວິທະຍາສາດ, ເສດຖະກິດ, ການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ. ທ່ານ ຫວູຊວນຮົ່ງ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ໃນຖານະຕຳແໜ່ງໃໝ່, ທ່ານ Lavreniev Alekxei Iurievich ຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.
ສ່ວນທ່ານ Lavreniev Alekxei Iurievich ສະແດງຄວາມເປັນກຽດເມື່ອໄດ້ຮັບຫຼຽນກາມິດຕະພາບ ແລະ ຖືວ່າ: ຂອງຂວັນອັນສູງສົ່ງນີ້ກໍ່ແມ່ນການຮັບຮູ້ຂອງລັດ ຫວຽດນາມ ສຳລັບສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ປະຈຳ ຮ່າໂນ້ຍ.