ມອບຫຼຽນກາລະນຶກ“ເພື່ອສັນຕິພາບ,ມິດຕະພາບ
ລະຫວ່າງຊາດ“ໃຫ້ທ່ານເອກອັກຄະລັດຖະທູດລາວ
(ພາບ: dangcongsan.vn)
(vovworld) - ວັນທີ 18/9, ຢູ່ຮ່າໂນ້ຍ, ທ່ານປະທານ, ທັງເປັນເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ດົນຕ໋ວນຟອງ ໄດ້ມອບຫຼຽນກາລະນຶກ“ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດຊາດ“ ໃຫ້ທ່ານເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ສົມພອນ ສິຈະເລີນ, ໃນໂອກາດທີ່ທ່ານສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ສົມພອນ ສິຈະເລີນ ສະແດງຄວາມເປັນກຽດເມື່ອໄດ້ຮັບລາງວັນອັນສູງສົ່ງຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ທ່ານໃຫ້ຮູ້ວ່າ, ໄລຍະຈະມາເຖິງ ທ່ານຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ.