ມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ແກ່ແມ່ຍິງ 2 ປະເທດ

(VOVWORLD) - ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ II ໃຫ້ແກ່ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ

ມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ແກ່ແມ່ຍິງ 2 ປະເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ

(ພາບ: VGP/Đình Nam)

ຕອນເຊົ້າວັນທີ 6 ເມສາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ, ໄດ້ຈັດພິທີມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງ 2 ປະເທດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

        ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ II ໃຫ້ແກ່ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຫະພັນແມ່ຍິງ ລາວ; ຫຼຽນໄຊເອກະລາດຊັ້ນ III ໃຫ້ແກ່ຮອງປະທານສະຫະພັນແມ່ຍິງລາວ 3 ທ່ານນາງ; ແລະ ຫຼຽນໄຊມິດຕະພາບໃຫ້ 15 ໝູ່ຄະນະ, ບຸກຄົນຂອງສະຫະພັນແມ່ຍິງບັນດາແຂວງ, ນະຄອນຂອງລາວ.

ມອບຫຼຽນໄຊຂອງລັດຖະບານ ລາວ ແລະ ຫວຽດນາມ ໃຫ້ແກ່ແມ່ຍິງ 2 ປະເທດ - ảnh 2ບັນດາບຸກຄົນໄດ້ຮັບຫຼຽນໄຊ ໃນຄັ້ງນີ້

(ພາບ: VGP/Đình Nam)

        ໂດຍໄດ້ຮັບການມອບສິດຈາກການນຳພັກ, ລັດ ລາວ, ທ່ານນາງ ອິນລະວັນ ແກ້ວບຸນພັນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຫະພັນແມ່ຍິງ ລາວ ໄດ້ມອບຫຼຽນໄຊມິດຕະພາບໃຫ້ 10 ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງບັນດາແຂວງ, ນະຄອນຂອງ ຫວຽດນາມ; ມອບຫຼຽນເສລີພາບຊັ້ນ III ໃຫ້ຮອງປະທານສະຫະພັນແມ່ຍິງ ຫວຽດນາມ 3 ທ່ານນາງ; ແລະ ຫຼຽນໄຊແຮງງານຊັ້ນ III ໃຫ້ 10 ໝູ່ຄະນະ, ສ່ວນບຸກຄົນສະຫະພັນແມ່ຍິງບັນດາແຂວງຂອງ ຫວຽດນາມ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ຊີ້ແຈ້ງວ່າ:

        “ຂ້າພະເຈົ້າສະເໜີໃຫ້ອຳນາດການປົກຄອງຂອງ ຫວຽດນາມ ແລະ ລາວ ທຸກຂັ້ນພ້ອມກັນເອົາໃຈໃສ່, ສ້າງເງື່ອນໄຂໃຫ້ເປັນຢ່າງດີທີ່ສຸດເພື່ອໃຫ້ສະຫະພັນແມ່ຍິງ ຂອງ 2  ປະເທດ ຜັນຂະຫຍາຍບັນດາລາຍການ, ບັນດາຂໍ້ຕົກລົງເຊິ່ງພວມເຮົາໄດ້ພ້ອມກັນລົງນາມໃຫ້ເປັນຢ່າງດີ. ພິເສດ, ຂ້າພະເຈົ້າຫວັງວ່າ ສະຫະພັນແມ່ຍິງ 2 ປະເທດ ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມກັນຖອດຖອນບົດຮຽນ, ພ້ອມກັນກ້າວໜ້າ, ບົນຈິດໃຈຄືເອື້ອຍນ້ອງໃນຄອບຄົວດຽວກັນ.”

ຕອບກັບ

ຂ່າວ/ບົດ​ອື່ນ