ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກືອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 28 ກໍລະກົດ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຫົວໜ່ວຍຕ່າງໆ ໄດ້ຈັດຕັ້ງລາຍການ “ລ້ານຄາບເຂົ້າ - ຮ່າໂນ້ຍແຫ່ງສາຍຈິດມິດໃຈ”, ມອບເຄື່ອງບັນເທົາທຸກຈຳນວນ 470 ພູດ ລວມມູນຄ່າ ກວ່າ 80 ລ້ານດົ່ງ ໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ ທີ່ພວມປິ່ນປົວຍາວນານຢູ່ໂຮງໝໍໝາກໄຂ່ຫຼັງ ຮ່າໂນ້ຍ.
ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກືອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ມອບເຄື່ອງບັນເທົາທຸກໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ ທີ່ພວມປິ່ນປົວຍາວນານຢູ່ໂຮງໝໍໝາກໄຂ່ຫຼັງ ຮ່າໂນ້ຍ (ພາບ:VOV5)

ເພື່ອແນໃສ່ໜູນຊ່ວຍປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ພາຍຫຼັງທີ່ ຮ່າໂນ້ຍ ປະຕິບັດການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ຂອງ ລັດຖະບານ ແລະ ຄຳສັ່ງເລກທີ 17 ຂອງ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ຊີ້ນຳໃຫ້ຈັດຕັ້ງປະຕິບັດລາຍການ “ລ້ານຄາບເຂົ້າ - ຮ່າໂນ້ຍ ແຫ່ງສາຍຈິດມິດໃຈ” ນັບແຕ່ວັນທີ 24 ກໍລະກົດ ຈົນຮອດເມື່ອໝົດກຳນົດເວລາປະຕິບັດການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ຢູ່ຮ່າໂນ້ຍ.

ນັບແຕ່ເດືອນ ເມສາ 2020 ມາຮອດປັດຈຸບັນ, ລາຍການດັ່ງກ່າວ ໄດ້ມອບເຂົ້າຈຳນວນເກືອບ 1 ລ້ານຄາບ ລວມມູນຄ່າເກືອບ 15 ຕື້ດົ່ງ ໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ 28 ແຂວງ, ນະຄອນ ທີ່ໂລກລະບາດແຜ່ລະບາດ.

ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ