ມອບເງິນຊ່ວຍເຫຼືອປະຊາຊົນຢູ່ຕະຫຼາດ Kazan ທີ່ຖືກໄຟໄໝ້
ດຽບແອງ, ນັກຂ່າວ VOV ປະຈຳສະຫະພັນລັດເຊຍ -  
(ພິທີມອບເງິນຊ່ວຍເຫຼືອປະຊາຊົນຢູ່ຕະຫຼາດ Kazan ທີ່ຖືກໄຟໄໝ້)
(vovworld) - ໃນເດືອນ 3 ຜ່ານມາເຫດໄຟໄໝ້ ໄດ້ເກີດຂຶ້ນຢູ່ນະຄອນ Kazan, ສະຫະພັນລັດເຊຍ, ເຮັດໃຫ້ຊາວຫວຽດນາມ ທີ່ດຳເນີນທຸລະກິດຢູ່ຕະຫຼາດແຫ່ງນີ້ 90 ກວ່າຄົນຖືກເສຍຫາຍກ້ຽງ. ເພື່ອແບ່ງປັນຄວາມເສຍຫາຍກັບຜູ້ປະສົບເຄາະຮ້າຍ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ປຸກລະດົມພະນັກງານ, ພາລະກອນສະຖານທູດ ແລະ ວົງຄະນາຍາດຊາວຫວຽດນາມ ອາໄສຢູ່ລັດເຊຍບໍລິຈາກ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ. ວັນທີ 10/5, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ມອບເງິນ 5.000 USD ໃຫ້ຜູ້ຕາງໜ້າພໍ່ແມ່ປະຊາຊົນທີ່ດຳເນີນທຸລະກິດຢູ່ຕະຫຼາດທີ່ນະຄອນ Kazan, ເພື່ອຊ່ວຍເຂົາເຈົ້າກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິ ແລະ ສືບຕໍ່ບືນຕົວຂຶ້ນ.
ດຽບແອງ, ນັກຂ່າວ VOV ປະຈຳສະຫະພັນລັດເຊຍ