ມອບໃບປະເທດຊາດຈາລຶກຄຸນງາມຄວາມດີໃຫ້ຍາດຕິພີນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຫໍພິພິດທະພັນໂຮ່ຈິມິນ ໄດ້ດຳເນີນພິທີມອບໃບຈາລຶກຄຸນງາມຄວາມດີໃຫ້ຍາດຕິພີນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດລວມ 498 ຄົນ.
ມອບໃບປະເທດຊາດຈາລຶກຄຸນງາມຄວາມດີໃຫ້ຍາດຕິພີນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1(ພິທີມອບໃບປະເທດຊາດຈາລຶກຄຸນງາມຄວາມດີໃຫ້ຍາດຕິພີນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ)

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ປະເທດຊາດ ແລະ ປະຊາຊົນຫວຽດນາມ ບໍ່ມີວັນຫຼົງລືີມບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ, ຍາມໃດກໍ່ຈະເຮັດຈົນສຸດຄວາມສາມາດຂອງຕົນໃນການຊອກຫາທຸກໆມາດຕະການແກ້ໄຂ, ມາດຕະການເພື່ອຢັ້ງຢືນ ແລະ ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ທີ່ມີຄຸນງາມຄວາມດີ ແລະ ຍາດຕິພີນ້ອງຂອງເຂົາເຈົ້າ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສືບຕໍ່ຄົ້ນຄວ້າ, ສ້າງນະໂຍບາຍໃຫ້ສຳເລັດ ແລະ ປະຕິບັດການຢັ້ງຢືນນະໂຍບາຍໃຫ້ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ເພື່ອເປັນການບັນເທົ່າຄວາມເຈັບປ່ວຍ, ຄວາມເສຍຫາຍໄດ້ສ່ວນໃດສ່ວນໜຶ່ງໃຫ້ບັນດາຜູ້ທີ່ມີຄຸນງາມຄວາມດີ ແລະ ຄອບຄົວຂອງເຂົາເຈົ້າ

ຕອບກັບ

ຂ່າວ/ບົດ​ອື່ນ