(vovworld) – ວັນທີ 12/8, ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ອູມິນເທື້ອງ, ແຂວງ ກຽນຢາງ ໄດ້ຮັບໃບຢັ້ງຢືນປ່າສະຫງວນມໍລະດົກ ອາຊຽນ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ມອບໃຫ້. ປ່າສະຫງວນແຫ່ງຊາດ ອູມິນເທື້ອງ ມີລະບົບຄັນຄູອ້ອມຮອບລວມຄວາມຍາມ 60 ກມ. ໃນລະບົບຊີວະພາບເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີພຽງລະບົບຊີວະພາບໜຶ່ງທີ່ຂຶ້ນກັບປ່າສະຫງວນແຫ່ງຊາດ ອູມິນເທື້ອງ ມີບັນດາຈຸດພິເສດຂອງປ່າດົງດິບ. ນີ້ກໍ່ແມ່ນຖານທີ່ໝັ້ນຂອງການປະຕິວັດໃນໄລຍະຕໍ່ຕ້ານ. ດ້ວຍລັກສະນະນີ້, ປ່າສະຫງວນແຫ່ງຊາດ ອູມິນເທື້ອງ ບໍ່ພຽງແຕ່ແມ່ນເຂດມີລະບົບຊີວະພາບທີ່ເປັນເອກະລັກສະເພາະຂອງເຂດດິນຖ່ານຕົມເທົ່ານັ້ນ ຫາກຍັງແມ່ນບ່ອນໄດ້ຮັບຖືວ່າແມ່ນເຂດປູຊະນີຍະສະຖານປະຫວັດສາດຂອງແຂວງ ກຽນຢາງ ອີກດ້ວຍ.