( ພາບ : http://www.mof.gov.vn )
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຫາກໍ່ລົງນາມປະກາດໃຊ້ມະຕິກ່ຽວກັບບັນດາມາດຕະການຕົ້ນຕໍ່ເພື່ອແກ້ໄຂຊີ້ນຳບໍລິຫານປະຕິບັດແຜນ ການພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2012. ຕາມນັ້ນແລ້ວ, ມີ 7 ໝວດມາດຕະການແກ້ໄຂສຳຄັນຄື: ສຸມໃສ່ຄວບຄຸ້ມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິບົນພື້ນຖານປະຕິບັດນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ລະມັດລະວັງ, ມີໄຫວພິບ, ນະໂຍບາຍສົກປີການເງິນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ; ເພີ່ມທະວີການຄວບຄຸມຕະຫຼາດ, ລາຄາ, ຈັດຕັ້ງຕະຫຼາດພາຍໃນປະເທດໃຫ້ເປັນຢ່າງດີ ແລະ ສົ່ງເສີມການສົ່ງອອກ, ຄວບຄຸມການນຳເຂົ້າ, ຈຳກັດການນຳເຂົ້າເກີນດຸນ. ທີ 2 ແມ່ນ, ສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມແມ່ນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕຕາມທິດຍົກສູງປະສິດທິຜົນ, ຄວາມສາມາດແກ່ງແຍ້ງ. ໃນໝວດມາດຕະການນີ້, ສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມແມ່ນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນປ່ຽນໂຄງປະກອບເສດຖະກິດຕິດພັນກັບຮູບແບບການເຕີບໂຕ, ສຸມແຫຼ່ງກຳລັງເຂົ້າໃນການພັດທະນາກະສິກຳຊົນນະບົດ, ຮັບປະກັນສະໜອງໄຟຟ້າໃຫ້ແກ່ການຜະລິດ ແລະ ຊົມໃຊ້. ທີ 3 ແມ່ນ, ຍົກສູງຄຸນ ນະພາບຊັບບພະຍາກອນມະນຸດ, ຍູ້ໄວການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ. ມະຕິກໍຍົກອອກບາງບັນຫາຄື ຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ, ຍົກສູງຄຸນນະພາບວຽກງານເບິ່ງແຍງດູແລສຸຂະພາບ, ຮັບປະກັນຊີວິດວັດທະນະທຳ, ຈິດໃຈຂອງປະຊາຊົນ, ເພີ່ມທະວີການຕ້ານໄພທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ຍົກສູງປະສິດທິຜົນການຄຸ້ມຄອງລັດ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ເພີ່ມທະວີການປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ເພີ່ມທະວີການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ .