ມະຫາວິທະຍາໄລ ເກີນເທີ ສືບຕໍ່ແມ່ນຫົວໜ່ວຍບຳລຸງສ້າງອັນດັບໜຶ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງ

ມະຫາວິທະຍາໄລ ເກີນເທີ ສືບຕໍ່ແມ່ນຫົວໜ່ວຍບຳລຸງສ້າງອັນດັບໜຶ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮ​ັດວຽກ​ກັບມະຫາ​ວິທະຍາ​ໄລ ​ເກີນ​ເທີ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 20/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ລົງ​ຢ້ຽ​ມຢາມ ​ແລະ ​ເຮ​ັດວຽກ​ກັບມະຫາ​ວິທະຍາ​ໄລ ​ເກີນ​ເທີ. ນີ້​ແມ່ນ​ມະຫາ​ວິທະຍາ​ໄລ​ຫຼາຍ​ຂະ​ແໜ​ງ, ຫຼາຍ​ຂົງ​ເຂດ ​ແລະ ​ແມ່ນ​ຮາກ​ຖານ​ບຳລຸງ​ສ້າງ, ຄົ້ນຄວ້າ​ວິທະຍາສາດ​ຈຸດ​ສຸມ​ຂອງ​ລັດ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຮຽກຮ້ອງ​ໃຫ້ມະຫາ​ວິທະຍາ​ໄລ ​ເກີນ​ເທີ ສືບ​ຕໍ່​ເສີມ​ຂະຫຍາຍ​ກາຍ​ເປັນ​ມະຫາວິທະຍາ​ໄລ​ທີ່​ດີເດັ່ນ, ບຳລຸງ​ສ້າງ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ, ມະຫາ​ວິທະຍາ​ໄລ​ຕາມ​ທິດ​ຄົ້ນຄວ້າ... ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້ມະຫາ​ວິທະຍາ​ໄລ ​ເກີນ​ເທີ ກຳນົດ ​ແລະ ຊາບ​ຊືມໜ້າ​ທີ່​ການ​ເມືອງ​ທີ່​ມີ​ຕໍ່​ແຕ່ລະ​ເຂດ, ສຸມ​ໃສ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາບສູງ ​ແລະ ຍູ້​ແຮງ​ການ​ຖ່າຍຖອດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ; ສ້າງ​ຖັນ​ແຖວ​ພະນັກງານ, ຄູ​ອາຈານ​ທີ່​ສຸດ​ຈິດ​ສຸດ​ໃຈ, ຮັບຜິດຊອບ​ໜ້າ​ທີ່​ຕໍ່​ວຽກ​ງານ, ບໍ່​ພຽງ​ແຕ່​ສອນ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ຄົ້ນຄວ້າ​ວິທະຍາສາດ​ເກັ່ງ; ຍົກ​ສູງ​ຄຸນ​ນະພາ​ບບຳລຸ​ງສ້າງ​ນັບ​ທັງ​ ລະດັບ​ວິ​ຊາ​ຊີບ​ ​ແລະ ​ຄຸນ​ສົມບັດ​ໃຫ້​ແກ່​ນັກ​ສຶກສາ ​ແລະ ນັກຮຽນ. ທ່ານນາຍົກລັດຖະມົນຕີ​ໄດ້​ມອບ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຄິດ​ໄລ, ຈັດ​ແບ່ງ​ແຫຼ່ງ​ເງິນລົງທຶນ​ຢ່າງ​ລະອຽດ​ຕາມ​ແຕ່ລະ​ໄລຍະ ​ເພື່ອ​ໃຫ້ມະຫາ​ວິທະຍາ​ໄລ ​ເກີນ​ເທີ ສຸມ​ໃສ່​ລົງທຶນ​ພັດທະນາ​ພື້ນຖານ​ດ້ານ​ວັດຖຸ​​ໃຫ້ມີ​ຈຸດ​ສຸມ...

ຂ່າວ/ບົດ​ອື່ນ