ມາດຕະການບຸກທະລຸໃຫ້ແກ່ Startup ປະດິດຄິດສ້າງຫວຽດນາມ

(VOVWORLD) -ເວທີປາໄສຊາວຫນຸ່ມ Starup ປີ 2018 ດ້ວຍຫົວຂໍ້ “ຊອກຫາມາດຕະການບຸກທະລຸໃຫ້ແກ່ Starup ປະດິດຄິດສ້າງຫວຽດນາມ” ໄດ້ດຳເນີນໃນຕອນບ່າຍວັນທີ 29 ພະຈິກ ຢູ່ ນະຄອນ ດາຫນັງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສ ແລະ ໂອ້ລົມສົນທະນາໂດຍກົງກັບຊາວຫນຸ່ມ.

ມາດຕະການບຸກທະລຸໃຫ້ແກ່ Startup ປະດິດຄິດສ້າງຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສ

ພາບ:sggp

ເວທີປາໄສດັ່ງກ່າວໄດ້ດຶງດູດຜູ້ແທນເກືອບ 500 ຄົນຊື່ງແມ່ນຊາວຫນຸ່ມ, ນັກສຶກສາ, ນັກທຸລະກິດຫນຸ່ມ ພວມມີບັນດາໂຄງການ Startup, ປ່ຽນໃຫມ່ ແລະ ມີການປະດິດຄິດສ້າງ, ບັນດານັກລົງທຶນ, ຜູ້ຊ່ຽວຊານກ່ຽວກັບ Startup, ຜູ້ແທນມາຈາກບັນດາອົງການຈັດຕັ້ງພາຍໃນປະເທດ ແລະ ສາກົນ. ເວທີປາໄສປີນີ້ ໄດ້ປຶກສາຫາລື, ຕີລາຄາສະພາບການເຄື່ອນໄຫວ Startup ຢູ່ ຫວຽດນາມ ໃນຊຸມປີຜ່ານມາ, ຕີລາຄາກົນໄກ, ນະໂຍບາຍ, ພຶດຕິກຳຕົວຈິງ, ປຽບທຽບກັບທິດກ້າວເດີນ, ວິທີເຮັດຂອງບັນດາປະເທດໄດ້ຂະຫນານນາມວ່າ ປະຕິບັດ Startup ສຳເລັດຜົນ ເພື່ອຊອກຫາບັນດາມາດຕະການບຸກທະລຸໃຫ້ແກ່ Startup ຢູ່ຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ໄດ້ຍົກອອກຂໍ້ສະເຫນີແນະ, ຂໍ້ລິເລີ່ມ, ມາດຕະການ, ປະກອບສ່ວນໃຫ້ແກ່ການພັດທະນາ Startup ແຫ່ງຊາດ ແລະ ຫນູນຊ່ວຍໃຫ້ຊາວຫນຸ່ມ Startup ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ