ມາ​ນະ​ພະ​ຍມານະພະຍາຍາມໜູນຊ່ວຍຊາວຫວຽດນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທີ່ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ.
ມາ​ນະ​ພະ​ຍມານະພະຍາຍາມໜູນຊ່ວຍຊາວຫວຽດນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານເຈົາວັນຈີ ປະທານສະມາຄົມຂະແມ ຫວຽດນາມ ປະຈຳກຳປູເຈຍມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນ

ໃນລະຫວ່າງວັນທີ 14 – 15 ມີນາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມຂະແມ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ລົງໄປບັນດາແຂວງ Kandal ແລະ Prey Veng ຊຶ່ງເປັນບ່ອນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 150 ຄົນ, ໃນນັ້ນ ມີ 10 ຄົນແມ່ນເຊື້ອຊາດ ຫວຽດນາມ. ຄະນະປະຕິບັດງານ ພ້ອມກັບບັນດາຜູ້ໃຈບຸນໃຈກູ້ສົນ ໄດ້ມອບສະບຽງອາຫານນັບສີບໂຕນ ເພື່ອແຈກຢາຍກູ້ຊ່ວຍພໍ່ແມ່ປະຊາຊົນຊາວ ຂະແມ ເຊື້ອຊາດ ຫວຽດນາມ ຢູ່ຕາແສງ Prey Veng

ທີ່ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ. ຜູ້ຕາງໜ້າອຳນາດການປົກຄອງ ແລະ ກຳລັງປ້ອງກັນ,ຕ້ານໂລກລະບາດ ຢູ່ຕາແສງ Prey Tamlop ໄດ້ຢັ້ງຢືນຍາມໃດກໍ່ ມີຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນສະຖານທີ່ແຍກຕົວສະດວກກ່ວາອີກ ໃນເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ