ການເລືອກຕັ້ງຢູ່ມາເລເຊຍ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 5/5, ການເລືອກຕັ້ງທົ່ວປະເທດຄັ້ງທີ 13 ຂອງມາເລເຊຍໄດ້ເລີ່ມຕົ້ນຢ່າງເປັນທາງການຢູ່ສະຖານທີ່ປ່ອນບັດ 8.245 ແຫ່ງໃນທົ່ວປະເທດ. ຜູ້ມີສິດເລືອກຕັ້ງມາເລເຊຍປະມານ 13 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງ. ສະຖານທີ່ປ່ອນບັດເລີ່ມເປີດປະຕູແຕ່ 8 ໂມງເຊົ້າຕາມເວລາທ້ອງຖິ່ນ ແລະ ອັດປະຕູໃນເວລາ 5 ໂມງແລງ. ໝາກຜົນເບື້ອງຕົ້ນການກວດບັດຄາດວ່າປະກາດຫລັງຈາກນັ້ນ ສອງສາມຊົ່ວໂມງ. ການສຳຫວດກ່ອນມື້ດຳເນີນການເລືອກຕັ້ງໃຫ້ເຫັນວ່າ: ພັນທະມິດແນວໂຮມຊົນຊາດ (BN) ແລະ ພັນທະມິດປະຊາຊົນ(PR)ຝ່າຍຄ້ານຈະແກ້ງແຍ້ງຢ່າງຂ້ຽວຂາດໃນການເລືອກຕັ້ງຄັ້ງນີ້.