ທ່ານ Najib Razak, ນາຍົກລັດຖະມົນຕີ ມາເລເຊຍ
photo:dantri.com
|
(vovworld)- ວັນທີ 31/8, ມີປະຊາຊົນ ມາເລເຊຍ ກວ່າ 100.000 ຄົນ ໄດ້ເຕົ້າໂຮມຢູ່ສະຫນາມຫລວງເອກະລາດ ທີ່ນະຄອນຫລວງ ກົວລາລຳເປີ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງ 57 ປີແຫ່ງວັນເອກະລາດ (31/8/1957-31/8/2014). ນະທີ່ນີ້, ທ່ານ Najib Razak, ນາຍົກລັດຖະມົນຕີ ມາເລເຊຍ ໄດ້ອ່ານສານ ຮຽກຮ້ອງໃຫ້ປະຊາຊົນ ມາເລເຊຍ ຈົ່ງສາມັກຄີ ມູ່ງໄປເຖິງຈຸດໝາຍ ມາເລເຊຍ ສັນຕິພາບ ແລະ ວັດທະນາຖາວອນໃນອະນາຄົດ. ທ່ານ Najib Razak ຢືນຢັນ ອະນາຄົດຈະສົດໃສ ຖ້າຫາກປະຊາຊົນດຳລົງຊີວິດຢ່າງປອງດອງ ແລະ ພ້ອມກັນມານະພະຍາຍາມເພື່ອບັນລຸຈຸດໝາຍອັນສູງສົ່ງນັ້ນ, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານ ມາເລເຊຍ ຈະສືບຕໍ່ນຳບັນດານະໂຍບາຍດີທີ່ສຸດໃຫ້ແກ່ປະຊາຊົນ ໂດຍອີງໃສ່ຄວາມຕ້ອງການ ແລະ ຄຳຮຽກຮ້ອງຕ້ອງການຂອງເຂົາເຈົ້າ.