ມຽນ​ມາ ປະ​ກາດ​ຈຸດ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ຊຽນ

(VOVWORLD) -ກ່ອນໜ້ານັ້ນ, ມຽນມາໄດ້ຕົກເຂົ້າສູ່ສະພາບບໍ່ມີທາງອອກດ້ານການເມືອງ ນັບແຕ່ວັນທີ 1 ກຸມພາ ເມື່ອ ກອງທັບປະເທດນີ້ ກັກຕົວບັນດາການນຳລັດຖະບານ, ບັນດາຜູ້ວ່າການລັດພ້ອມກັບສະມາຊິກຂັ້ນສູງຂອງ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕມຽນມາ(NLD)       
ມຽນ​ມາ ປະ​ກາດ​ຈຸດ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ຊຽນ - ảnh 1ທ່ານພົນຈັດຕະວາ Zaw Min Tun ໂຄສົກສະພາບໍລິຫານລັດ ມຽນມາ (ພາບ: TTXVN)

ວັນທີ 15 ພຶດສະພາ, ທ່ານພົນຈັດຕະວາ Zaw Min Tun ໂຄສົກສະພາບໍລິຫານລັດ ມຽນມາ(SAC)  ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ມຽນມາ ຈະດຳເນີນກອງປະຊຸມກັບບັນດາເຈົ້າໜ້າທີ່ ອາຊຽນ ໃນອາທິດຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນຍັງບໍ່ມີຖະແຫຼງການຢ່າງເປັນທາງການ ຊຶ່ງກ່ຽວຂ້ອງເຖິງຂອງການຢ້ຽມຢາມຂອງປະທານ ແລະ ເລຂາທິການໃຫຍ່ ອາຊຽນໄປຍັງ ມຽນມາ.

ໃນອາທິດຜ່ານມາ, SAC ໄດ້ປະກາດວ່າ ກອງທັບປະເທດນີ້ ພວມສຸມໃສ່ສ້າງສະພາບການທີ່ມີຄວາມສະຖຽນລະພາບຢູ່ປະເທດນີ້ກ່ອນດຳເນີນກອງປະຊຸມກັບບັນດາເຈົ້າໜ້າທີ່ ອາຊຽນ ຢູ່ ມຽນມາ ຕາມຄວາມເຫັນດີເຫັນພ້ອມ 5 ຈຸດ ເຊິ່ງ ບັນດາການນຳພາກພື້ນ ໄດ້ເຫັນດີເປັນເອກະພາບຟື້ນຟູໃນເດືອນກ່ອນ.ພ້ອມກັນນັ້ນ, SAC  ໄດ້ຢັ້ງຢືນວ່າ ມຽນມາ ຈະ ຮ່ວມມື ກັບຜູ້ຕາງໜ້າຂອງ ອາຊຽນ ເມື່ອບັນລຸໄດ້ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນປະເທດ.

ກ່ອນໜ້ານັ້ນ, ມຽນມາໄດ້ຕົກເຂົ້າສູ່ສະພາບບໍ່ມີທາງອອກດ້ານການເມືອງ ນັບແຕ່ວັນທີ 1 ກຸມພາ ເມື່ອ ກອງທັບປະເທດນີ້ ກັກຕົວບັນດາການນຳລັດຖະບານ, ບັນດາຜູ້ວ່າການລັດພ້ອມກັບສະມາຊິກຂັ້ນສູງຂອງ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕມຽນມາ(NLD)         

ຕອບກັບ

ຂ່າວ/ບົດ​ອື່ນ