ມຽນມາກ້າວເຂົ້າສູ່ການເລືອກຕັ້ງຄັ້ງປະຫວັດສາດ

ມຽນມາກ້າວເຂົ້າສູ່ການເລືອກຕັ້ງຄັ້ງປະຫວັດສາດ - ảnh 1
ການ​ເລືອກ​ຕັ້ງ​ຢູ່​ ມຽນ​ມາ
ພາບ:baotintuc.vn

(vovworld)-  ​ເລີ່ມ​ຕົ້ນ​ແຕ່ 6 ໂມງ​ເຊົ້າ​ຂອງວັນ​ທີ 8/11, ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ ມຽນ​ມາ ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ 32 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ເລື່ອກ​ຕັ້ງ​ທົ່ວ​ປະ​ເທດ ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ​ມຽນ​ມາ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເມື່ອ​ປະ​ເທດນີ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ພາຍ​ຫລັງ ອຳ​ນາດ​ການ​ປົກ​ຄອງ​ພົນ​ລ​ະ​ເຮືອນ​ແທ​ນ​ທີ່​ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ​ກ່ອນນີ້ 4 ປີ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ ມຽນ​ມາ ແລ້ວ, ໃນ​ຈຳ​ນວນ 1.163 ຫົວ​ຫນ່ວຍ​ເລືອກ​ຕັ້ງ, ມີ 330 ຫົວ​ຫນ່ວຍ​ຈະ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ, 168 ຫົວ​ຫນ່ວຍ​ເລືອກ​ຕັ້ງ​ສະ​ພາ​ສູງ, 636 ຫົວ​ຫນ່ວຍ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ລັດ ຫລື​ ເຂດ ແລະ 29 ຫົວ​ຫນ່ວຍ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ລັດ ແລະ ເຂດ​ຂອງບັນ​ດາ​ເຜົ່າ​ພັນ.

 

ຂ່າວ/ບົດ​ອື່ນ