ມຽນມາບັນລຸໄດ້ຮ່າງຂໍ້ຕົກລົງຢຸດຍິງໃນທົ່ວປະເທດ

ມຽນມາບັນລຸໄດ້ຮ່າງຂໍ້ຕົກລົງຢຸດຍິງໃນທົ່ວປະເທດ - ảnh 1
ການ​ເຈ​ລະ​ຈາ​ຢູ່Yangon (ພາບ: qdnd.vn)

(vovworld) – ວັນ​ທີ 30/3, ຢູ່ Yangon, ບັນ​ດາ​ນັກ​ເຈ​ລະ​ຈາ​ຂອ​ງ​ລັດ​ຖະ​ບານ ມຽນ​ມາ ແລະ ບັນ​ດາ​ກຸ່ມ​ເຊື້ອ​ຊາດ​ຜິວ​ພັນ​ສ່ວນ​ໜ້ອຍ ປະ​ກອບ​ອາ​ວຸດ​ ບັນ​ລຸ​ໄດ້​ຮ່າງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ (NCA) ​ດ້ວຍ 7 ​​ພາກ, ສິ້ນ​ສຸດ​ການ​ເຈ​ລະ​ຈາ​​ເອ​ກະ​ສານມາ​ເປັນ​ເວ​ລາ 16 ເດືອນ​. ຮ່າງ​ຂໍ້​ຕົກ​ລົງ​ນີ້​ໄດ້​​ສ້າງ​ສຳ​ເລັດ​ໃນມື້​​ທີ 7 ຂອງຮອບ​ເຈ​ລະ​ຈາ​ທີ 7 ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ສ້າງ​​​ສັນ​ຕິ​ພາບ​ສະ​ຫະ​ລັດ (UPWC) ຂອງ ລັດ​ຖະ​ບານ ມຽນມາ ແລະ ກຸ່ມ​ປະ​ສານ​ງານ​ຢຸດ​ຍິງ​ແຫ່ງ​ຊາດ (NCCT) ຂອງ 16 ກຸ່ມ​ເຊື້ອ​ຊາດ​ຜິວ​ພັນ​ສ່ວນ​ໜ້ອຍ​ທີ່ປະ​ກອບ​ອາ​ວຸດ, ພາຍຫຼັງ​ບັນ​ດາ​ຝ່າຍ​ແກ້​ໄຂ​ໄດ້ 4 ຂໍ້​ທີ່​ຍັງ​ຄົງ​ຄ້າງ. ຜູ້​ຕາງ​ໜ້າ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​​ໃນ​ວັນ​ທີ 30/3 ພາຍຫຼັງ​ຖືກ​ຢຸດ​ສະ​ງັກ​ເປັນ​ເວ​ລາ 1 ອາ​ທິດ.

        ຜູ້​ຕາງ​ໜ​້າ​ບັນ​ດາ​ຝ່າຍ​ເຊັນ NCA ຢ່າງ​ເປັນ​ທາ​ງການໃນ​ວັນ​ທີ 31/3 ແລະ ຄາດ​ວ່າ​ ​ບັນ​ດາ​ການ​ນຳ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດຈະ​ຮັບ​ຮອງ​ເອົາ​ຢູ່ Nay Pyi Daw ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ