ມີເງິນ ຫຼາຍກ່ວາ 5 ຕື້ USD ລົງທຶນເຂົ້າພະລັງງານສະອາດເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະກິດໄລຍະຫຼັງ Covid – 19 ຢູ່ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) -SEACEF ສະໜອງການໜູນຊ່ວຍທີ່ມີລັກສະນະກະຕຸ້ນໃນໄລຍະເບື້ອງຕົ້ນເພື່ອແກ້ໄຂບັນດາປ່ຽນແປງຂອງດິນຟ້າອາກາດ ດ້ວຍວິທີການຫຼຸດຜ່ອນ ຫຼືລົບລ້າງບັນດຮົ້ວກີດຂວາງສຳຄັນໃນໄລຍະເບື້ອງຕົ້ນ, ບັນດາປັດໄຈສະກັດກັ້ນ ຫຼື ເຮັດໃຫ້ຢຸດສະງັກການຜັນຂະຫຍາຍບັນດາໂຄງການພະລັງງານສະອາດໃຫ້ສຳເລັດຜົນ.
ພາບປະກອບ: ໜັງສືພິມການລົງທຶນ |
ວັນທີ 30 ມິຖຸນາ, ບັນດາອົງການຈັດຕັ້ງແຖວໜ້າໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດສາກົນ ໄດ້ປະກາດສ້າງກອງທຶນພະລັງງານສະອາດອາຊີຕາເວັນອອກສ່ຽງໃຕ້ (SEACEF) ໂດຍແມ່ນຂໍ້ລິເລີ່ມອຸປະຖຳການກຸສົນທີ່ມີຄວາມສ່ຽງສູງ ດ້ວຍມຸນຄ່າກ່ວາ 2,5 ຕື້ USD ເພື່ອແນໃສ່ລົງທຶນພາກເອກະຊົນໃຫ້ແກ່ບັນດາໂຄງການພະລັງງານສະອາດຢູ່ອາຊີຕາເວັນອອກ.
SEACEF ສະໜອງການໜູນຊ່ວຍທີ່ມີລັກສະນະກະຕຸ້ນໃນໄລຍະເບື້ອງຕົ້ນເພື່ອແກ້ໄຂບັນດາປ່ຽນແປງຂອງດິນຟ້າອາກາດ ດ້ວຍວິທີການຫຼຸດຜ່ອນ ຫຼືລົບລ້າງບັນດຮົ້ວກີດຂວາງສຳຄັນໃນໄລຍະເບື້ອງຕົ້ນ, ບັນດາປັດໄຈສະກັດກັ້ນ ຫຼື ເຮັດໃຫ້ຢຸດສະງັກການຜັນຂະຫຍາຍບັນດາໂຄງການພະລັງງານສະອາດໃຫ້ສຳເລັດຜົນ.