ມີ​ເງິນສະ​ໜັບ​ສະ​ໜູນ ແລະ ຈົດ​ທະ​ບຽນ​ບໍ​ລິ​ຈາກໃຫ້​ແກ່​ການ​ສະ​ໜັບ​ສະ​ໜູນ​​ການປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກລະ​ບາດ Covid – 19 ເປັນ​ຈຳ​ນວນຫຼາຍກ່​ວາ 1.900 ຕື້​ດົ່ງ (ກ່​ວາ 80.8 ລ້ານ USD)

(VOVWORLD) -ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນສະໜັບສະໜູນຈາກ ສະຖານທູດໄທປະຈຳ ຫວຽດນາມ ເຊິ່ງມີທັງເງິນສົດ  ແລະ ວັດຖຸສິ່ງຂອງຕ່າງໆ ລວມມີມູນຄ່າ 1,7 ຕື້ດົ່ງ (ກ່ວາ 72 ພັນ USD).
ມີ​ເງິນສະ​ໜັບ​ສະ​ໜູນ ແລະ ຈົດ​ທະ​ບຽນ​ບໍ​ລິ​ຈາກໃຫ້​ແກ່​ການ​ສະ​ໜັບ​ສະ​ໜູນ​​ການປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກລະ​ບາດ Covid – 19 ເປັນ​ຈຳ​ນວນຫຼາຍກ່​ວາ 1.900 ຕື້​ດົ່ງ (ກ່​ວາ 80.8 ລ້ານ USD) - ảnh 1

ທ່ານເຈິ່ນແທັງເໝິນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮັບການສະໜັບສະໜູນຈາກສະຖານທູດ ໄທປະຈຳຫວຽດນາມ (ພາບ: dangcongsan.vn)

ໂດຍສະແດງຄວາມຂອບໃຈຕໍ່ນ້ຳໃຈຂອງທ່ານເອກອັກຄະລັດຖະທູດໄທ ພ້ອມກັບບັນດາວິສາຫະກິດໄທຢູ່ ຫວຽດນາມ, ທ່ານເຈິ່ນແທັງເໜິນ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດເບື້ອງຕົ້ນຂອງປະເທດໄທ ໃນການປ້ອງກັນ, ສະກັດກັ້ນໂລກະລາດ Covid – 19, ພ້ອມທັງຢັ້ງຢືນວ່າ ຜົນສຳເລັດເຫຼົ່ານີ້ໄດ້ປະກອບສ່ວນ, ຮ່ວມແຮງຮ່ວມໃຈກັບບັນດາປະເທດ ອາຊຽນຍູ້ໂລກລະບາດໃຫ້ຖອຍໄປ, ເພື່ອແນໃສ່ຟື້ນຟູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ການພົວພັນການຄ້າລະຫວ່າງບັນດາປະເທດໃນພາກພື້ນໂດຍໄວ.

ດັ່ງນັ້ນ, ພາຍຫຼັງ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມປຸກລະດົມ “ທົ່ວປວງຊົນເຂົ້າຮ່ວມການສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19” ມາເປັນເວລາ 40 ວັນ, ມາຮອດປັດຈຸບັນ, ຈຳນວນເງິນ, ວັດຖຸສິ່ງຂອງ, ອຸປະກອນຂອງບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນ ແມ່ນຂຶ້ນເຖິງ 1.900 ກ່ວາຕື້ດົ່ງ (ປະມານກ່ວາ 80.8 ລ້ານ USD )

ຕອບກັບ

ຂ່າວ/ບົດ​ອື່ນ