ມື້​ເຮັດ​ວຽກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

(VOVWORLD) -ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕາງໜ້າກົມການເມືອງ ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.
ມື້​ເຮັດ​ວຽກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII - ảnh 1

ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ລາຍງານກ່ຽວກັບລາຍການກອງປະຊຸມ (ພາບ:dangcongsan.vn)

ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ຕຸລາຢູ່ນະຄອນຫຼວງຮ່າໂນ້ຍ. ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເປັນປະທານ, ກ່າວຄຳປາໄສໄຂກອງປະຊຸມ. ທ່າງປະທານປະເທດ ຫງວຽນຊວັນຝຸກ ຕາງໜ້າກົມການເມືອງ ບໍລິຫານກອງປະຊຸມ. ຄະນະບໍລິຫານງານສູນກາງພັກໄດ້ສະຫງວນເວລາ 1 ນາທີເພື່ອອາໄລຫາປຊຊ, ພະນັກງານ ແລະ ນັກຮົບໄດ້ເສຍຊີວິດໃນໂລກລະບາດໂຄວິດ 19.

ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕາງໜ້າກົມການເມືອງ ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ປຶກສາຢູ່ໜ່ວຍກ່ຽວກັບບົດລາຍງານແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ຄາດຄະເນ ແຜນການພັດທະນາເສດຖະກິດສັງຄົມປີ 2022; ຕີລາຄາສະພາບການປະຕິບັດງົບປະມານແຫ່ງລັດປີ 2021 ແລະ ແຜນງົບປະມານແຫ່ງລັດປີ 2022; ລາຍງານໝາກຜົນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໃນໄລຍະຜ່ານມາ, ທັດສະນະ, ແຜນນະໂຍບາຍ, ໜ້າທີ່, ມາດຕະການໃນໄລຍະຈະມາເຖິງ.

ໃນຕອນບ່າຍຂອງວັນທີ 4 ຕຸລາ, ຄະນະບໍລິຫານງານສູນກາງພັກສືບຕໍ່ເຮັດວຽກຢູ່ໜ່ວຍກ່ຽວກັບບັນດາເນື້ອໃນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ