(vovworld) - ຕອນເຊົ້າວັນທີ 23/5, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ລາຍການເຮັດວຽກ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍແຮງງານສະບັບປັບປຸງ. ບັນດາເນື້ອໃນໄດ້ນຳມາປຶກສາຫາລື ຊຶ່ງລວມມີ: ຂອບເຂດດັດປັບ, ເປົ້າໝາຍຊົມໃຊ້, ເງິນເດືອນພື້ນຖານ, ກຳນົດເວລາເຮັດວຽກ, ເວລາພັກຜ່ອນ, ສິດອອກກິນເບ້ຍບຳນານຂອງຄົນງານ ແລະ ເວລາອອກກິນເບ້ຍບຳນານ, ລະບອບນະໂຍບາຍທີ່ມີຕໍ່ແມ່ຍິງໃນໄລຍະຖືພາ ແລະ ເກີດລູກ. ນີ້ແມ່ນບັນດາບັນຫາໄດ້ຮັບຄວາມສົນໃຈຈາກ ສສຊ ຫລາຍທ່ານ ຍ້ອນມັນສົ່ງຜົນສະທ້ອນເຖິງຫລາຍດ້ານໃນຊີວິດສັງຄົມ.
ສະມາຊິກສະພາແຫ່ງຊາດປະກອບຄຳເຫັນ
ພາບປະກອບ:internet
|
ກ່ຽວກັບບັນຫາເງິນເດືອນ ແລະ ລະດັບເງິນເດືອນພື້ນຖານ, ມີ ສສຊ ຫລາຍທ່ານຖືວ່າ: ຄວນຄົ້ນຄ້ວາເພື່ອເພີ່ມເຕີມບັນດາຂໍ້ກຳນົດລະອຽດກ່ຽວກັບເງິນເດືອນ. ສສຊ ບາງທ່ານມີຄຳເຫັນວ່າ: ຄວນກຳນົດຢ່າງລະອຽດກ່ຽວກັບເງິນເດືອນພື້ນຖານຕາມຊົ່ວໂມງເຮັດວຽກ ເພ່ືອຕອບສະຫນອງຄວາມຕ້ອງການຂອງຕະຫລາດແຮງງານ. ທ່ານນາງ Ngo Thi Minh ສສຊ ແຂວງ Tra Vinh ມີຄຳເຫັນວ່າ:
“ໃນພຶດຕິກຳຕົວຈິງ, ພວກເຮົາກຳນົດວ່າບໍ່ອະນຸຍາດໃຫ້ເຮັດວຽກເພີ່ມ ແລະ ເຮັດວຽກເພີ່ມຫລາຍສຸດກໍ່ບໍ່ເກີນ 200 ຊົ່ວໂມງ, ແຕ່ຍ້ອນຫລາຍສາຍເຫດ ຄົນງານຕ້ອງເຮັດວຽກເພີ່ມ ບາງເທື່ອຂຶ້ນເຖິງ 300 - 400 ຊົ່ວໂມງ, ແຕ່ເຂົາເຈົ້າພັດບໍ່ໄດ້ຮັບຄ່າແຮງງານ. ສະນັ້ນ ພວກເຮົາຄວນເພີ່ມເຕີມ, ເຮັດໃຫ້ຈະແຈ້ງອົງການ ຫລື ສ່ວນບຸກຄົນນຳໃຊ້ຄົນງານທີ່ມີການເຮັດວຽກລື່ນກາຍເວລາກຳນົດ ແລະ ມີຫນ້າທີ່ຮັບຜິດຊອບໃນການຊຳລະຄ່າເຮັດວຽກເພີ່ມໃຫ້ແກ່ຄົນງານ.”
ກ່ຽວກັບເກັ່ນອາຍຸແຮງງານ, ສສຊ ຫລາຍທ່ານໄດ້ເຫັນດີຕາມການກຳນົດຂອງຮ່າງປະມວນກົດໝາຍ ນັ້ນແມ່ນອາຍຸພັກກິນເບ້ຍບຳນານສຳລັບເພດຊາຍແມ່ນອາຍຸ 60 ປີ, ເພດຍິງ ອາຍຸ 55 ປີ ແລະ ກຸ່ມແຮງງານທີ່ເຮັດວຽກງານພິເສດ ສາມາດອອກກິນເບ້ຍບຳນານກ່ອນອາຍຸ 60 ປີ ສຳລັບເພດຊາຍ ແລະ ກ່ອນ 55 ປີ ສຳລັບເພດຍິງ. ເຖິງຢ່າງໃດກໍຕາມ, ອາຍຸພັກກິນເບ້ຍບຳນານອາດຈະເພີ່ມຂຶ້ນ ແຕ່ບໍ່ເກີນໄລຍະ 5 ປີ ສຳລັບບັນດານັກວິທະຍາສາດ, ນັກຄົ້ນຄ້ວາ ແລະ ກຸ່ມຄົນງານທີ່ເຮັດວຽກຕາມວິຊາສະເພາະ, ເຕັກນິກ, ນັບທັງຊາຍ ແລະ ຍິງ. ທ່ານ Le Van Hoang ສສຊ ນະຄອນ Da Nang ຖືວ່າ:
“ປະຈຸບັນ, ຫວຽດນາມ ພວມຢູ່ໃນໄລຍະມີພົນລະເມືອງຫລາຍພໍສົມຄວນ, ກຳລັງແຮງງານອຸດົມສົມບູນ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ໄລຍະນີ້ ຈະແກ່ຍາວແຕ່ 30 - 35 ປີ ອີກ ຕາມການຄາດຄະເນຂອງບັນດານັກວິທະຍາສາດ, ຖ້າຫາກພວກເຮົາມີມາດຕະການເໝາະສົມໃນການບຳລຸງສ້າງວິຊາຊີບ, ສ້າງວຽກເຮັດງານທຳຢ່າງພຽງພໍ ແລະ ຮູ້ວິທີນຳໃຊ້ຄົນງານຢ່າງເໝາະສົມ ຈະສ້າງເງື່ອນໄຂສະດວກເພື່ອຍູ້ແຮງລະດັບການພັດທະນາເສດຖະກິດສັງຄົມໃນຫລາຍຂົງເຂດ.”
ຕອນບ່າຍວັນທີ 23/5, ພາຍໃຕ້ການເປັນປະທານຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Nguyen Thi Kim Ngan, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື ຮ່າງກົດໝາຍວ່າດ້ວຍ ການປະກັນເງິນຝາກ. ມີເນື້ອໃນ 6 ຂໍ້ເຊິ່ງໄດ້ນຳມາປຶກສາຫາລື, ຕ້ອງໄດ້ຮັບການປັບປຸງ, ໃນນັ້ນພົ້ນເດັ່ນແມ່ນເປົ້າໝາຍຮັບປະກັນເງິນຝາກ, ເງິນສະກຸນໃດໄດ້ຮັບການປະກັນ, ຄ່າປະກັນເງິນຝາກ ແລະ ອື່ນໆ. ເປົ້າໝາຍຂອງການປະກັນເງິນຝາກໃນຮ່າງກົດໝາຍວ່າດ້ວຍການປະກັນເງິນຝາກກຳນົດວ່າ ພຽງແຕ່ສ່ວນບຸກຄົນເທົ່ານັ້ນ ແຕ່ບາງຄຳເຫັນສະເໜີເບີດກວ້າງອອກສູ່ບາງອົງການ, ສຳນັກງານແຫ່ງລັດ ແລະ ບັດດາວິສາຫະກິດຕື່ມອີກ. ທ່ານ Phan Van Quy ສສຊ ແຂວງ ເງະອານ ມີຄຳເຫັນວ່າ.
“ ປະຈຸບັນຄ່າປະກັນເງິນຝາກແມ່ນ 0,15%. ເລື່ອງນຳໃຊ້ຄ່າປະກັນເງິນຝາກລວມນັບທັງອົງການເຂົ້າຮ່ວມການປະກັນເງິນຝາກຄືດັ່ງຮູບການເກື້ອກູນ, ບໍ່ສາມາດສ້າງການແກ່ງແຍ້ງຢ່າງສົດໃສລະຫວ່າງບັນດາທະນາຄານ. ຄວນຄິດໄລ່ຄ່າປະກັນເງິນຝາກຕາມລະດັບຄວາມສ່ຽງຂອງອົງການເຂົ້າຮ່ວມການປະກັນເງິນຝາກ. ວິທີຄິດໄລ່ດັ່ງກ່າວແມ່ນມີຈຸດດີ, ແມ່ນໄດ້ສ່ອງແສງຖືກຕາມກົດເກນຂອງຕະຫຼາດ ”.
ສ່ວນທ່ານ Huynh Van Tiep, ສສຊ ແຂວງ ເກີນເທີ, ມີຄຳເຫັນດັ່ງນີ້.
“ ຂ້າພະເຈົ້າໄດ້ເຫັນດີກັບຂໍ້ສະເໜີຂອງຄະນະປະຈຳສະພາແຫ່ງຊາດມອບໃຫ້ລັດຖະບານສ້າງຕັ້ງອົງການປະກັນເງິນຝາກຫວຽດນາມ ແລະ ມອບໃຫ້ທະນະຄານແຫ່ງລັດຫວຽດນາມ ຄຸ້ມຄອງລັດ. ເພື່ອຮັບປະກັນຄວາມກະຈ່າງແຈ້ງ ຄວນກຳນົດຄ່າປະກັນເງິນຝາກແມ່ນເທົ່າໃດໃນກົດໝາຍຢ່າງລະອຽດ. ຂ້າພະເຈົ້າໄດ້ເຫັນດີມອບໃຫ້ລັດຖະບານກຳນົດ ແລະ ດັດປັບຄ່າປະກັນເງິນຝາກຕາມແຕ່ລະໄລຍະບົນພື້ນຖານອີ່ງໃສ່ຂໍ້ສະເໜີຂອງທະນາຄານແຫ່ງລັດ ”.