(VOVWORLD) - ວັນທີ 8 ຕຸລາ ແມ່ນມື້ເຮັດວຽກທີ 4 ຂອງກອງປະຊຸມຄັ້ງທີ 13 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 12.
ກອງປະຊຸມຄັ້ງທີ 13 ຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ 12 (ພາບ: TTXVN) |
ຄະນະບໍລິຫານງານສູນກາງພັກ ໄດ້ໂຮມປະຊຸມປຶກສາຫາລືກ່ຽວກັບການແນະນຳ ບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ ຊຸດທີ 13, ບຸກຄະລາກອນ ຄະນະກຳມະການກວດກາສູນກາງພັກ ຊຸດທີ 13 ແລະ ລັດຖະມົນຕີ. ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເປັນປະທານ, ຊີ້ນຳກອງປະຊຸມ.
ທີ່ກອງປະຊຸມ, ທ່ານຟ້າມມິນຈິ້ງ, ຫົວໜ້າຄະນະຈັດຕັ້ງສູນກາງ ອ່ານໃບສະເໜີຂອງກົມການເມືອງ ກ່ຽວກັບການຮັບເອົາຄຳເຫັນແນະນຳບຸກຄະລາກອນ ລັດຖະມົນຕີບັນດາກະຊວງຄື ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງສາທາລະນະສຸກ; ບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບຸກຄະລາກອນ ຄະນະກຳມະການກວດກາສູນກາງພັກຊຸດທີ 13.